(vovworld) - ໂດຍຮັບຄຳເຊີນຂອງທ່ານປະທານສະພາແຫ່ງຊາດຫວຽດນາມ Nguyen Sinh Hung, ຄະນະຜູ້ແທນສະພາຕໍ່າ ສ.ອິນໂດເນເຊຍ ໂດຍທ່ານປະທານສະພາຕໍ່າ, ປະທານສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (AIPA) Marzuki Alie ນຳໜ້າມາຮອດຮ່າໂນ້ຍ ເລີ່ມຕັ້ນການຢ້ຽມຢາມຫວຽດນາມ ໃນລະຫວ່າງວັນທີ 4 – 6/9 ຢ່າງເປັນທາງການ. ຕອນເຊົ້າວັນທີ 5/9 ທີ່ການເຈລະຈາ, ທ່ານປະທານສະພາແຫ່ງຊາດ Nguyen Sinh Hung ໄດ້ຢືນຢັນວ່າ, ການຢ້ຽມຢາມຂອງທ່ານປະທານສະພາຕໍ່າອິນໂດເນເຊຍ ແມ່ນປະກົດການທີ່ມີຊີວິດຊີວາໃຫ້ແກ່ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານມຸ່ງໄປເຖິງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ ແລະ ອິນໂດເນເຊຍ ພາຍຫຼັງເກືອບ 6 ທົດສະວັດ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ. ທ່ານປະທານສະພາຕໍ່າອິນໂດເນເຊຍ ໄດ້ຢືນຢັນວ່າ, AIPA ຮັບຮູ້ ແລະ ຕີລາຄາສູງບົດບາດຂອງຫວຽດນາມ ໃນ AIPA. ທ່ານ Marzuki Alie ເຊື້ອໝັນວ່າ ຫວຽດນາມ ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນສຳເລັດຂອງສະມັດຊາລັດຖະສະພາລະຫວ່າງຊາດ AIPA ຄັ້ງທີ 33 ຈະມາເຖິງ.