ປະທານສະພາແຫ່ງຊາດເຂົ້າຮ່ວມວັນບຸນປູກຕົ້ນໄມ້ຢູ່ແຂວງ ຕວຽນກວາງ

(VOVWORLD) -ປີ 2023, ແຂວງ ຕວຽນກວາງ ຕ້ອງເສີມຂະຫຍາຍມູນເຊື້ອບ້ານເກີດເມືອງນອນປະຕິວັດ ແລະ ບັນດາຜົນງານທີ່ບັນລຸໄດ້, ຍູ້ແຮງຂະບວນການແຂ່ງຂັນຮັກຊາດຢ່າງແຮງກວ່າ
ປະທານສະພາແຫ່ງຊາດເຂົ້າຮ່ວມວັນບຸນປູກຕົ້ນໄມ້ຢູ່ແຂວງ ຕວຽນກວາງ - ảnh 1(ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເຂົ້າຮ່ວມວັນບຸນປູກຕົ້ນໄມ້)

        ເນື່ອງໃນໂອກາດຕົ້ນລະດູບານໃໝ່, ຕອນເຊົ້າວັນທີ 30 ມັງກອນ, ຢູ່ເມືອງ ອຽນເຊີນ, ແຂວງ ຕວຽນກວາງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເຂົ້າຮ່ວມພິທີປຸກລະດົມການແຂ່ງຂັນ ແລະ “ວັນບຸນປູກຕົ້ນໄມ້ສະແດງຄວາມຮູ້ບຸນຄຸນຕໍ່ປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່ຕະຫຼອດໄປ” ລະດູບານໃໝ່ປີແມວ 2023.

        ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກວ່າ, ປີ 2023, ແຂວງ ຕວຽນກວາງ ຕ້ອງເສີມຂະຫຍາຍມູນເຊື້ອບ້ານເກີດເມືອງນອນປະຕິວັດ ແລະ ບັນດາຜົນງານທີ່ບັນລຸໄດ້, ຍູ້ແຮງຂະບວນການແຂ່ງຂັນຮັກຊາດຢ່າງແຮງກວ່າ, ສ້າງກຳລັງແຜ່ຂະຫຍາຍລະດົມກຳລັງໃຈພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ຕັດສິນໃຈປະຕິບັດບັນດາເປົ້າໝາຍ, ໜ້າທີ່ ທີ່ໄດ້ວາງອອກຢ່າງຮອບດ້ານ ແລະ ຄົບຖ້ວນກວ່າ. “ວັນບຸນປູກຕົ້ນໄມ້” ຕ້ອງໄດ້ຮັບການຍູ້ແຮງ ແລະ ຕິດພັນກັບວຽກງານຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາປ່າ, ເພື່ອສ້າງ “ພື້ນຖານເສດຖະກິດສີຂຽວ”, ພັດທະນາປະເທດຊາດໃຫ້ກົມກຽວ ແລະ ຍືນຍົງ.

        “ຂ້າພະເຈົ້າສະເໜີໃຫ້ບັນດາອົງການສູນກາງ, ກ່ອນອື່ນໝົດ ແລະ ໂດຍກົງແມ່ນກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໜູນຊ່ວຍແຂວງ ຕວຽນກວາງ ຍູ້ແຮງການນຳໃຊ້ເຕັກໂນໂລຊີສູງໃນການປົກປັກຮັກສາ ແລະ ພັດທະນາປ່າ, ພັດທະນາເສດຖະກິດປ່າໄມ້, ຕິດພັນກັບການປູກປ່າ, ການປົກປັກຮັກສາ ກັບການພັດທະນາການບໍລິຫານສິ່ງແວດລ້ອມປ່າ ແລະ ທ່ອງທ່ຽວຊີວະພາບ, ຮັກສາສີສັນວັດທະນະທຳ ແລະ ກໍ່ສ້າງຊົນນະບົດໃໝ່”.

ປະທານສະພາແຫ່ງຊາດເຂົ້າຮ່ວມວັນບຸນປູກຕົ້ນໄມ້ຢູ່ແຂວງ ຕວຽນກວາງ - ảnh 2 (ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ການພົບປະກັບການນຳຫຼັກແຫຼ່ງແຂວງ ຕວຽນກວາງ)

ຕອນບ່າຍວັນດຽວກັນ, ກ່າວຄຳເຫັນທີ່ການພົບປະກັບການນຳຫຼັກແຫຼ່ງແຂວງ ຕວຽນກວາງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກວ່າ, ຕວຽນກວາງ ຕ້ອງກາຍເປັນແຂວງພັດທະນາດີພໍສົມຄວນ, ຮອບດ້ານ, ຍືນຍົງຢູ່ເຂດພູດອຍທາງພາກເໜືອ. ທ່ານປະທານສະພາແຫ່ງຊາດສະເໜີໃຫ້ແຂວງ ຕວຽນກວາງ ສຸມໃສ່ຕີລາຄາກາງສະໄໝ, ກວດກາທຸກຂົງເຂດ, ກວດກາຄືນໜ້າວຽກໜ້າທີ່, ແຜນການຍັງບໍ່ທັນປະຕິບັດສຳເລັດ ເພື່ອກະຕຸກຊຸກຍູ້ປະຕິບັດ. ທາງແຂວງກໍ່ຕ້ອງເອົາໃຈໃສ່ເຖິງການພັດທະນາວັດທະນະທຳ, ເອົາໃຈໃສ່ເຖິງວຽກງານຮັບປະກັນຊີວິດສັງຄົມ, ລົບລ້າງຄວາອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ກໍ່ສ້າງຊົນນະບົດໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ