ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ
ຕ້ອນຮັບປະທານາທິບໍດີມຽນມາ
( ພາບ: vietnamplus.vn )
(vovworld) - ຕອນເຊົ້າວັນທີ 21/3, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງໄດ້ໃຫ້ການຕ້ອນຮັບປະທານາທິບໍດີ ສາທາລະນະລັດ ສະຫະພາບ ມຽນມາ TheinSein ທີ່ພວມຢູ່ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ໄດ້ສະແດງຄວາມພາກພູມໃຈຕໍ່ຜົນສຳເລັດອັນດີງາມຂອງການເລືອກຕັ້ງສະພາແຫ່ງຊາດມຽນມາຫວ່າງແລ້ວນີ້, ແລະສະພາແຫ່ງຊາດມຽນມາໄດ້ກາຍເປັນສະມາຊິກສົມບຸນຂອງອົງການ (AIPA) . ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຢືນຢັນວ່າ: ສະພາແຫ່ງຊາດຫວຽດນາມຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນສອງປະເທດ ຫວຽດນາມ - ມຽນມາ. ພ້ອມທັງຖືວ່າ, ຫວຽດນາມ ແລະມຽນມາຄວນຊຸກຍູ້ການຮ່ວມມືນັບທັງທາງດ້ານເສດຖະກິດ, ການຄ້າ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ສະພາແຫ່ງຊາດສອງປະເທດ ຄວນປະສານສົມທົບກັນ ເພື່ອສ້າງຕັ້ງກຸ່ມ ສະມາຊິກສະພາແຫ່ງຊາດ ມິດຕະພາບຫວຽດນາມ - ມຽນມາ, ສ້າງເງື່ອນໄຂສະດວກ ເພື່ອເຮັດໃຫ້ການພົວພັນລະຫວ່າງສອງປະເທດນັບມື້ນັບເລິກເຊິ່ງ, ມີປະສິດທິຜົນ, ຕອບສະໜອງຄວາມປາຖະໜາຂອງປະຊາຊົນສອງປະເທດ.
ສ່ວນທ່ານປະທານາທິບໍດີ TheinSein ກໍ່ຢັ້ງຢືນວ່າ ມຽນມາຈະຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງພັກກຳອຳນາດ, ສອງລັດ, ສອງສະພາແຫ່ງຊາດ ແລະ ປະຊາຊົນສອງປະເທດໃຫ້ນັບມື້ນັບພັດທະນາຢ່າງແຮງໃນອະນາຄົດ.