ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ພົບປະ ເຈລະຈາກັບປະທານ IPU

ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ພົບປະ ເຈລະຈາກັບປະທານ IPU - ảnh 1
(ຫວຽດນາມ ​ເປັນ​ເຈົ້າພາບ​ຈັດ​ຕັ້ງກອງ​ປະຊຸມ​ໃຫຍ່
ລັດຖະສະພາລະຫວ່າງ​ຊາດ​ສາກົນ ຄັ້ງ​ທີ 132 (IPU - 132)


(vovworld) - ພາຍຫຼັງ​ເດີນ​ໄປທາງ​ຮອດ ​ເຊີ​ແນວ, ປະ​ເທດ​ສະ​ວິດ, ຕອ​ນບ່າຍ​ວັນ​ທີ 16/03, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ເຂົ້າ​ຢ້ຽມ​ຂຳ່ນັບ​ທ່ານ​ປະທານລັດຖະສະພາລະຫວ່າງ​ຊາດ​ສາກົນ (IPU) Abdelwahad Radi.

        ຢູ່​ທີ່​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ເຊື່ອ​ໝັ້ນ​ວ່າ ກອງ​ປະຊຸມລັດຖະສະພາລະຫວ່າງ​ຊາດ​ສາກົນ (IPU) ຄັ້ງ​ທີ 130 ຈະ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ຈົບງາມ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຂອບ​ອົກ​ຂອບ​ໃຈ​ການ​ສະໜັບ​ສະ​ໜູນ ​ແລະ ການໜູນ​ຊ່ວຍ​ຂອງ​ທ່ານປະທານ Abdelwahad Radi ​ເພື່ອ​ໃຫ້​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ເປັນ​ເຈົ້າພາບ​ຈັດ​ຕັ້ງກອງ​ປະຊຸມ​ໃຫຍ່ລັດຖະສະພາລະຫວ່າງ​ຊາດ​ສາກົນ ຄັ້ງ​ທີ 132 (IPU - 132) ຢູ່​ຮ່າ​ໂນ້ຍ ​ໃນ​ເດືອນ 03/2015. ດ້ວຍ​ຫົວ​ຂໍ້​ວ່າ “ລັດຖະສະພາ ​ແລະ ການ​ປະຕິບັດ​ໂຄງການ​ພັດທະນາ​ຢ່າງ​ໝັ້ນ​ຄົງຫຼັງ​ປີ 2015” ທີ່ກອງ​ປະຊຸມລັດຖະສະພາລະຫວ່າງ​ຊາດ​ສາກົນຄັ້ງ​ທີ 132, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ເຊື່ອ​ໝັ້ນ​ວ່າ ນີ້​ຈະ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ລັດຖະສະພາ​ແບ່ງປັນ​ທັດສະນະ, ບຸລິມະສິດ​ຂອງ​ຊາດ, ພາກ​ພື້ນກ່ຽວ​ກັບ​ບັນຫາ​ພັດທະນາ​ຫຼັງ​ປີ 2015. ສ່ວນ​ທ່ານ​ປະທານ IPU Abdelwahad Radi ​ໄດ້​ຕີ​ລາຄາ​ສູງ​ໝາກຜົນ​​ແຫ່ງ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ ​ແລະ ຖື​ວ່າ ​ໃນ​ຜົນສຳ​ເລັດ​ນັ້ນ, ມີ​ບົດບາດ​ສຳຄັນຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ. ທ່ານ​ປະທານ IPU ​ໄດ້​ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ​ກະ​ກຽມ​​ຈັດກອງປະຊຸມ​ໃຫຍ່ລັດຖະສະພາລະຫວ່າງ​ຊາດ​ສາກົນ ຄັ້ງ​ທີ 132 (IPU - 132) ຂອງ​ຫວຽດນາມ.

ຂ່າວ/ບົດ​ອື່ນ