ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ເຂົ້າຮ່ວມກອງປະຊຸມ AIPA ຄັ້ງທີ 35
(ທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດລາວ, ປະທານ AIPA)
(vovworld) – ໂດຍໄດ້ຮັບຄຳເຊີນຂອງທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດລາວ, ປະທານ AIPA, ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມໂດຍທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ນຳໜ້າໄດ້ເຂົ້າຮ່ວມກອງປະຊຸມລັດຖະສະພາ ລະຫວ່າງຊາດອາຊຽນ ຄັ້ງທີ 35 (AIPA 35) ໃນລະຫວ່າງວັນທີ 15 – 20/09 ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ. ນີ້ແມ່ນຄັ້ງທີ 2 ຊຶ່ງປະເທດລາວ ເປັນປະທານຈັດກອງປະຊຸມລັດຖະສະພາ AIPA.
ດ້ວຍຫົວຂໍ້ “ເພີ່ມທະວີການຮ່ວມມືສະພາແຫ່ງຊາດໃນປະຊາຄົມອາຊຽນ”, AIPA 35 ຈະສຸມໃສ່ປຶກສາຫາລືການຮ່ວມມືລະຫວ່າງສະພາແຫ່ງຊາດ ໃນການສ້າງປະຊາຄົມການເມືອງ, ປ້ອງກັນຄວາສະຫງົບອາຊຽນ ແລະ ເພີ່ມທະວີການຮ່ວມມືລະຫວ່າງສະພາແຫ່ງຊາດໃນການແກ້ໄຂບັນດາບັນຫາລວມຂອງພາກພື້ນ. ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ຈະເຂົ້າຮ່ວມກອງປະຊຸມທຸກຄັ້ງຂອງຄະນະກຳມາທິການການເມືອງ, ເສດຖະກິດ, ສັງຄົມ. ໃນຂອບເຂດ AIPA 35, ວັນທີ 15/09, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ ຈະຈັດກອງປະຊຸມສະມາຊິກສະພາແຫ່ງຊາດຍິງ 10 ປະເທດອາຊຽນ. ຄະນະຜູ້ແທນຫວຽດນາມ ໂດຍທ່ານນາງ ເຈືອງທິມາຍ, ກຳມະການຄະນະປະຈຳສະພາແຫ່ງຊາດ, ຫົວໜ້າກຳມາທິການບັນດາບັນຫາສັງຄົມສະພາແຫ່ງຊາດ ຫວຽດນາມ ນຳໜ້າເຂົ້າຮ່ວມ.