ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ທີ່ການເຮັດວຽກ
|
(vovworld) - ຕອນເຊົ້າວັນທີ 28/4, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງ ນີງກ່ຽວ, ນະຄອນ ເກີນເທີ. ນະທີ່ນີ້, ບັນດາຜູ້ມີສິດເລືອກຕັ້ງເມືອງ ນິງກ່ຽວ ໄດ້ຍົກອອກຫຼາຍຄຳເຫັນກ່ຽວກັບບັນດາບັນຫາຄື: ການລົງທຶນຂອງລັດ, ຮັກສາສິ່ງແວດລ້ອມ, ປົກປ້ອງເດັກ… ພາຍຫຼັງໄດ້ຮັບຟັງບັນດາຄຳເຫັນຂອງຜູ້ມີສິດເລືອກຕັ້ງ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຕີລາຄາວ່າ ບັນດາບັນຫາເຊິ່ງຜູ້ມີສິດເລືອກຕັ້ງວາງອອກແມ່ນບັນຫາລວມຂອງປະເທດຊາດ, ໄດ້ຮັບຄວາມສົນໃຈຂອງສັງຄົມ. ເມື່ອຕອບຄຳຖາມຂອງຜູ້ມີສິດເລືອກຕັ້ງກ່ຽວກັບວຽກງານຕ້ານການສໍ້ລາດບັງຫຼວງ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໃຫ້ຮູ້ວ່າ ພັກ, ລັດ ເອົາໃຈໃສ່ເປັນພິເສດເຖິງວຽກງານນີ້. ທ່ານນາງໄດ້ກ່າວວ່າ:
“ຄະນະກຳມະການກວດກາສູນກາງໄດ້ປະກາດປະຕິບັດວິໄນພະນັກງານຈຳນວນໜຶ່ງ, ນັ້ນແມ່ນບັນດາຜູ້ມີສ່ວນກ່ຽວຂ້ອງເຖິງການຄຸ້ມຄອງເງິນ, ຊັບສິນ, ການລົງທຶນ, ກ່ຽວຂ້ອງເຖິງກຸ່ມບໍລິສັດໃຫຍ່ຂອງລັດ. ສິ່ງດັ່ງກ່າວໄດ້ສະແດງຄວາມຕັດສິນໃຈປ້ອງກັນ, ຕ້ານການສໍ້ລາດບັງຫຼວງໂດຍບໍ່ມີຂອບເຂດຈຳກັດສຳລັບເຈົ້າໜ້າທີ່ຈາກຂັ້ນສູນກາງລົງຮອດທ້ອງຖິ່ນ”