ປະທານສະພາແຫ່ງຊາດ: ເຮົ້າຢາງ ຕ້ອງປະກາດໃຊ້ແຜນຜັງແຂວງໄລຍະ 2021 – 2030, ວິໄສທັດຮອດປີ 2050 ໂດຍໄວ

(VOVWORLD) - ແຂວງ ເຮົ້າຢາງ ຈົ່ງສຳຫຼວດກວດກາເປົ້າໝາຍ, ໂຄງການເພືື່ອຮັກສາລະດັບການເຕີບໂຕ, ເອົາໃຈໃສ່ການຫັນປ່ຽນໂຄງປະກອບແຮງງານ, ເພີ່ມກຳລັງແຮງງານຄຸນນະພາບສູງ
ປະທານສະພາແຫ່ງຊາດ: ເຮົ້າຢາງ ຕ້ອງປະກາດໃຊ້ແຜນຜັງແຂວງໄລຍະ 2021 – 2030, ວິໄສທັດຮອດປີ 2050 ໂດຍໄວ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ລົງເຮັດວຽກກັບການນຳຄະນະພັກແຂວງ ເຮົ້າຢາງ

ໂດຍສືບຕໍ່ການໄປປະຕິບັດງານຢູ່ບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ຕອນເຊົ້າວັນທີ 10 ຕຸລາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ລົງເຮັດວຽກກັບການນຳຄະນະພັກແຂວງ ເຮົ້າຢາງ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ສະເໜີວ່າ: ແຂວງ ເຮົ້າຢາງ ຈົ່ງສຳຫຼວດກວດກາເປົ້າໝາຍ, ໂຄງການເພືື່ອຮັກສາລະດັບການເຕີບໂຕ, ເອົາໃຈໃສ່ການຫັນປ່ຽນໂຄງປະກອບແຮງງານ, ເພີ່ມກຳລັງແຮງງານຄຸນນະພາບສູງ, ມີມາດຖານເລືອກເຟັ້ນບັນດານັກລົງທຶນເພື່ອເພີ່ມທະວີອຸດສາຫະກຳປຸງແຕ່ງໃນລະບົບມູນຄ່າ; ພັດທະນາອຸດສາຫະກຳທັນສະໄໝ, ຕົວເມືອງອັດສະລິຍະ.ກ່ຽວກັບດ້ານຄົມມະນາຄົມ, ຄວນສຸມໃສ່ບັນດາໂຄງການຈຸດສຸມ, ຍາດແຍ່ງເອົາທ່າໄດ້ປຽບຈາກເສັ້ນທາງດ່ວນ ເພື່ອພັດທະນາ. ທ່ານປະທານສະພາແຫ່ງຊາດ ເນັ້ນໜັກວ່າ:

        “ພວກຂ້າພະເຈົ້າສະເໜີໃຫ້ແຂວງ ເຮົ້າຢາງ ພະຍາຍາມ, ໃນປີນີ້ຕ້ອງປະກາດໃຊ້ແຜນຜັງແຂວງໄລຍະ 2021 2030, ວິໄສທັດຮອດປີ 2050. ແຜນຜັງຕ້ອງສຳເລັດໄວກ່ວາບາດກ້າວໜຶ່ງ, ຈາກນັ້ນ, ຈຶ່ງຄິດໄລ່ຄືນໂຄງປະກອບກ່ຽວກັບແຫຼ່ງທີ່ດິນອຸດສາຫະກຳ. ຖ້າຈຳເປັນ, ລັດຖະບານຈະຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາ, ດັດປັບເນື້ອທີ່ດິນເຂດເສດຖະກິດ ແລະ ທີ່ດິນຂອງເຂດອຸດສາຫະກຳເພື່ອນຳໃຊ້ສາກ່ອນ”.

ຕອບກັບ

ຂ່າວ/ບົດ​ອື່ນ