ປະທານສະມັດຊາໃຫຍ່ ສປຊ ຊຸດທີ 77 ຄົນໃໝ່ໃຫ້ຄຳໝັ້ນສັນຍາ ມຸ່ງໄປເຖິງການປ່ຽນແປງທີ່ມີລະດັບຜົນສະທ້ອນ
(VOVWORLD) -ທ່ານ Csaba Korosi ໄດ້ປະກາດທິດນຳໃນການເຄື່ອນໄຫວຂອງທ່ານ ໃນອາຍຸການໜຶ່ງປີ ຈະມາເຖິງແມ່ນ: ຊອກຫາບັນດາມາດຕະການຜ່ານຄວາມສາມັກຄີ, ວິທະຍາສາດ ແລະ ພັດທະນາແບບຍືນຍົງ…
ທ່ານ Csaba Korosi ປະທານສະມັດຊາໃຫຍ່ ສປຊ ຊຸດທີ 77 ຄົນໃໝ່ (ພາບ: THX/TTXVN) |
ວັນທີ 12 ກັນຍາ, ທ່ານ Csaba Korosi ປະທານສະມັດຊາໃຫຍ່ ສປຊ ຊຸດທີ 77 ຄົນໃໝ່ ໄດ້ເຂົ້າພິທີສະບານຕົນຮັບດຳລົງຕຳແໜ່ງ. ກ່າວຄຳເຫັນທີ່ພິທີສາບານຕົວ, ທ່ານ Csaba Korosi ຢັ້ງຢືນວ່າ ທຸກອົງການຂອງ ສປຊ, ໃນນັ້ນມີ ສະມັດຊາໃຫຍ່, ຕ້ອງສືບຕໍ່ປັບປຸງ ແລະ ປ່ຽນແປງ ເພື່ອເພີ່ມທະວີການຮ່ວມມືທີ່ມີປະສິດທິຜົນກ່ວາອີກ. ທ່ານໃຫ້ຮູ້ວ່າ ຈະເດີນຕາມໂຄງການດຳເນີນງານຕິດພັນກັບ 3 ເສົາຄ້ຳຫຼັກຂອງ ສປຊ ແມ່ນ ຮັກສາສັນຕິພາບ, ຄວາມໝັ້ນຄົງ, ປັບປຸງສິດທິມະນຸດ ແລະ ມຸ່ງໄປເຖິງການພັດທະນາແບບຍືນຍົງ. ທ່ານ Csaba Korosi ກໍ່ວາງອອກບັນດາເປົ້າໝາຍບຸລິມະສິດໃນອາຍຸການລວມມີ: ຮັກສາຫຼັກການພື້ນຖານຂອງກົດບັດ ສປຊ, ບັນລຸໄດ້ບັນດາຄວາມກ້າວໜ້າພໍສົມຄວນ ແລະ ອາດຈະກຳນົດຈຳນວນ ໃນຂັ້ນຕອນຫັນປ່ຽນໄປຍັງການພັດທະນາແບບຍືນຍົງ, ມຸ່ງໄປເຖິງບັນດາມາດຕະການລະບົບສະສົມ, ຍົກສູງບົດບາດຂອງ ວິທະຍາສາດ ໃນການຕັດສິນໃຈ ແລະ ເພີ່ມທະວີຄວາມສາມັກຄີ. ກອງປະຊຸມຄັ້ງທຳອິດຂອງ ສະມັດຊາໃຫຍ່ ສປຊ ຊຸດທີ 77 ໄດ້ເລີ່ມຕົ້ນຢ່າງເປັນທາງການໃນວັນທີ 13 ກັນຍາ ປີ 2022. ທ່ານ Csaba Korosi ໄດ້ປະກາດທິດນຳໃນການເຄື່ອນໄຫວຂອງທ່ານ ໃນອາຍຸການໜຶ່ງປີ ຈະມາເຖິງແມ່ນ: ຊອກຫາບັນດາມາດຕະການຜ່ານຄວາມສາມັກຄີ, ວິທະຍາສາດ ແລະ ພັດທະນາແບບຍືນຍົງ…