ປະທານຫງວຽນທ້ຽນເຍີນສົ່ງສານອວຍພອນຊາວຄິຼດເນື່ອງໃນໂອກາດວັນບຸນຄິຼດສະມາດ2015

ປະທານຫງວຽນທ້ຽນເຍີນສົ່ງສານອວຍພອນຊາວຄິຼດເນື່ອງໃນໂອກາດວັນບຸນຄິຼດສະມາດ2015 - ảnh 1
ທ່ານ ຫງວຽນ​ທ້ຽນ​ເຍີນ  ປະທານ​ຄະນະ​ກຳມະການ
​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ ຫວຽດນາມ
(ພາບ: HoangHa)

(vovworld) – ​​ເນື່ອງ​ໃນ​ໂອກາດ​ວັນບຸນຄຼິດສະມາດ 2015, ທ່ານ ຫງວຽນ​ທ້ຽນ​ເຍີນ, ກຳມະການ​ກົມ​ການ​ເມືອງ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ ຫວຽດນາມ ​ໄດ້​ສົ່ງ​ສານ​ອວຍພອນ​ເຖິງ​ບັນດາຜູ້​ມີ​ຍົດຖາບັນດາສັກ, ນັກບວດ ​ແລະ ພໍ​່​ແມ່​ພີ​ນ້ອງ​ຊາວ ຄິຼດ ຫວຽດນາມ ທັງ​ໝົດ. ​ໃນ​ສານ, ທ່ານ​ປະທານ ຫງວຽນ​ທ້ຽນ​ເຍີນ ຮັບ​ຮູ້ ​ແລະ ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫລວງ​ຂອງ​ພໍ່​ແມ່​ພີ​ນ້ອງ​ຊາວ ຄຼິດ ​ແລະ ພໍ່​ແມ່​ພີ​ນ້ອງ​ຊາວ ​ໂປຣ​ແຕສຕັງ ຫວຽດນາມ ​ໃນ​ການ​ປົກ​ປັກ​ຮັກ​ສາ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້​ອຮັກ​ຊາດ, ຮ່ວມ​ເດີນທາງພ້ອມ​ກັບ​ຊາດ; ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ເຊື່ອ​ໝັ້ນ​ວ່າ: ພໍ່​ແມ່​ພີ​ນ້ອງ​ຊາວ ຄຼິດ ​ແລະ ພໍ່​ແມ່​ພີ​ນ້ອງ​ຊາວ ໂປຣ​ແຕສຕັງ ຫວຽດນາມ ຍາມ​ໃດ​ກໍ​ເສີມ​ຂະຫຍາຍ​ມູນ​ເຊື້​ອຮັກ​ຊາດ, ຮ່ວມ​ເດີນ​ທາງ​ພ້ອມກັບ​ຊາດ, ສາມັກຄີ​ພ້ອມ​ກັບ​ປະຊາຊົນ​ທົ່ວ​ປະ​ເທດ, ປະກອບສ່ວນ​ຢ່າງ​ແທດ​ຈິງ ​ເຂົ້າ​ໃນ​ພາລະກິດ​ສ້າງກຸ່ມ​ກ້ອນ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ​ເພື່​ອ​ເປົ້າ​ໝາຍ​ປະຊາຊົນ​ຮັ່ງມີ, ປະ​ເທດ​ແຂງ​ແຮງ, ສັງຄົມ​ຍຸຕິ​ທຳ, ສີວິ​ໄລ.

ຂ່າວ/ບົດ​ອື່ນ