ປະທານາທິບໍດີຝລັ່ງອອກຄຳສັ່ງເພີ່ມທະວີການບຸກໂຈມຕີທາງອາກາດໃສ່ISຢູ່ອີຣັກແລະຊີຣີ

ປະທານາທິບໍດີຝລັ່ງອອກຄຳສັ່ງເພີ່ມທະວີການບຸກໂຈມຕີທາງອາກາດໃສ່ISຢູ່ອີຣັກແລະຊີຣີ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຝ​ລັ່ງ Francois Hollande
(ພາບ​ອີ​ນ​ເຕີ​ແນັດ)


(vovworld) – ວັນ​ທີ 19/11, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຝ​ລັ່ງ Francois Hollande ໄດ້​ອອກ​ຄຳ​ສັ່ງ​ເພີ່ມ​ທະ​ວີ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ໃສ່​ກຸ່ມ​ລັດ​ສິດ​ສະ​ລາມ (IS) ອ້າງ​ຊື່​ເອງ ຢູ່​ອີ​ຣັກ ແລະ ຊີ​ຣີ. ຄ​ຳ​ຖະ​ແຫຼງ​ຂອງ​ຫ້ອງ​ວ່າ​ການ​ປະ​ທາ​ນາ​ທ​ິ​ບໍ​ດີ​ຝ​ລັ່ງ ຖືກ​ຍົກ​ອອກ​ມາ ພາຍ​ຫຼັງ​ກອງ​ປະ​ຊຸມ​ລະ​ຫວ່າງ​ທ່ານ Hollande ກັບ​ບັນ​ດາ​ລັດ​ຖະ​ມົນ​ຕີ​ຂັ້ນ​ສູງ ແລະ​ ການ​ນຳ​ກອງ​ທັບ​ຊີ້ິ້​ແຈ້ງວ່າ “ປະ​ທາ​ນາ​ທິ​ບໍ​ດີ Francois Hollande ໄດ້​ຍົກ​ອອກ​ບັນ​ດ​າ​ຄຳ​ສັ່ງ​ທີ່​ຈຳ​ເປັນ ໃຫ້​ແກ່​ເລື່ອງ ເພີ່ມ​ທະ​ວີ​ການ​ບ​ຸ​ກ​ໂຈມ​ຕີ​ໃສ່ IS ຢູ່​ຊີ​ຮີ ກ​ໍ​ຄື ອີ​ຣັກ”. ແລະ​ກ​ໍ​ໃນ​ວັນ​ດຽວ​ກັນ, ໃນ​ຮ່າງ​ມະ​ຕິ​ຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ, ຝ​ລັ່ງ ​ໄດ້ຮຽກ​ຮ້ອງ​ໃຫ້​ອົງ​ການ​ນີ້​ອະ​ນຸດ​ຍາດ​ໃຫ້​ທຸກໆ​ປະ​ເທດ “ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ທີ່​ຈຳ​ເປັນ” ເພື່ອ​ຕໍ່​ສູ້​ຕ້ານ IS.

      ໃນ​ເຫດ​ການ​ທີ່​ກ່ຽວ​ຂອງ, ​ວັນ​ທີ 19/11, ອົງ​ການ​ໄອ​ຍະ​ການ​ຝ​ລັ່ງ ແຈ້ງວ່າ, ຜູ້​ຖືກ​ດັບ​ສູນ​ໃນ​ການ​​ຊອກຈັບ​ຕົວ​ຢ​ູ່ Saint Denis, ​ຊານ​ນະ​ຄອນ​ທາງ​ພາ​ກ​ເໜືອ​ປາ​ຣີ ໃນ​ວັນ​ທີ 18/11 ແມ່ນ Abdelhamid Abaaoud, ຜູ້​ຖືກ​ສົງ​ໄສ​ວ່າ​ເປັນ​ຫົວ​ໜ້າ​ການ​ບຸກ​ໂຈມ​ຕີກໍ່​ການ​ຮ້າຍ​ທີ່ນອງ​ເລືອດ​ຕ່າງໆ​ຢູ່​ນະ​ຄ​ອນ​ຫຼວງ​ປາ​ຣີ ​ໄລ​ຍະຜ່ານ​ມາ.

ຂ່າວ/ບົດ​ອື່ນ