(vovworld) - ວັນທີ 28/02, ຢູ່ວັງ Kremli, ສະຫະພັນລັດເຊຍ, ທ່ານປະທານາທິບໍດີຝລັ່ງ Francois Hollande ໄດ້ມີການເຈລະຈາກັບທ່ານປະທານາທິບໍດີລັດເຊຍ V.Putin. ນີ້ແມ່ນການເຄື່ອນໄຫວເຊິ່ງນອນໃນຂອບເຂດການຢ້ຽມຢາມລັດເຊຍ ເປັນຄັ້ງທຳອິດຂອງ ທ່ານປະທານາທິບໍດີຝລັ່ງ Francois Hollande, ດ້ວຍຈຸດໝາຍປະກອບສ່ວນຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດລະຫວ່າງຝລັ່ງ - ລັດເຊຍ ແລະ ປຶກສາຫາລືບັນດາບັນຫາສາກົນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ຝ່າຍຝລັ່ງ ຫວັງວ່າ ພາຍຫຼັງການເຈລະຈາ, 2 ຝ່າຍຈະລົງນານໃນສັນຍາຮ່ວມມືສະບັບໃໝ່ກ່ຽວກັບການຜະລິດເຮືອບິນ, ຄົ້ນຄວ້າອາວະກາດ, ຄົມມະນາຄົມຂົນສົ່ງ, ການສຶກສາ ແລະ ວັດທະນະທຳ. ໃນການເຈລະຈາ, ການນຳ 2 ທ່ານຍັງປຶກສາຫາລືກ່ຽວກັບບັນດາເນື້ອໃນຄື: ການພົວພັນລະຫວ່າງລັດເຊຍ ກັບ ສະຫະພາບເອີລົບ ແລະ ອົງການສົນທິສັນຍາມະຫາສະມຸດອັກສັງຕິກເໜືອ; ບັນດາບັນຫາສາກົນກ່ຽວກັບການປະທະກັນຢູ່ຕາເວັນອອກກາງ - ອາຟະລິກາເໜືອ, ບັ້ນຮົບຕ້ານກໍການຮ້າຍຢູ່ມາລີ, ໂຄງການນິວເຄຼຍຂອງອີຣານ ແລະ ສປປ.ເກົາຫຼີ. ທ່ານປະທານາທິບໍດີຝລັ່ງ ຖືການເຈລະຈານີ້ເປັນສຳຄັນ ໃນສະພາບທີ່ລັດເຊຍ ແລະ ຝລ່ັງ ລ້ວນແຕ່ແມ່ນກຳມະການປະຈຳສະພາຄວາມໝັ້ນຄົງສະຫະປະຊາຊາດແລະ ລັດເຊຍ ພ້ວມຮັບໜ້າທີ່ເປັນປະທານກຸ່ມບັນດາພື້ນຖານເສດຖະກິດພວມພັດທະນາ ແລະ ຫາກໍພົ້ນເດັ່ນ (G20) ປີ 2013 ແລະ ຈະຮັບດຳລົງຕຳແໜ່ງເປັນປະທານກຸ່ມບັນດາປະເທດທີ່ມີພື້ນຖານອຸດສາຫະກຳພັດທະນາທີ່ສຸດ (G8) ໃນປີ 2014 ຈະມາເຖິງ.