ປະທານາທິບໍດີຟິລິບປີນຂໍໂທດປະຊາຄົມຊາວຢິວ

ປະທານາທິບໍດີຟິລິບປີນຂໍໂທດປະຊາຄົມຊາວຢິວ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Duterte
(ພາບ​ປະ​ກອບ: opinion.inquirer.net)

(vovworld) - ​ວັນ​ທີ 02/10, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປີນ ໄດ້​ສົ່ງ​ຄຳ​ຂ​ໍ​ໂທດ “ຢ່າງຈິງ​ໃຈ ແລະ ເລິກ​ເຊິ່ງ” ເຖິງ​ປະ​ຊາ​ຄົມ​ຊາວ​ຢິວ ພາຍ​ຫຼັງ​ທີ່​ທ່ານ​​ປຽບ​ທຽບການກວ​າດ​ລ້າງອາດ​ຊະ​ຍາ​ກຳ​ຢາ​ເສັບ​ຕິດ​ຂອງ​ຕົນ ກັບການ​ເຂັ່ນ​ຂ້າຊາວ​ຢິວ ຂອງຟາດ​ຊິດ Adolf Hitler. ກ່າ​ວ​ຄຳ​ເຫັນທາງ​ໂທ​ລະ​ພາບ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Duterte ໄດ້ຍ້ອມ​ຮັບ​ວ່າ, ບັນ​ດາ​ຄຳ​ວິ​ຈ​ານ​ຂອງ​ທ່ານ​ເມື່ອ​ວັນ​ທີ 30/09 ໄດ້​ກໍ​​​່​ໃຫ້​ເກີດປະ​ຕິ​ກິ​ລິ​ຍາ​ຢ່າງ​ແຮງຈາກ​ປະ​ຊາ​ຄົມ​ຊາວ​ຢິວ ໃນ​ທົ່ວ​ໂລກ, ແຕ່​ທ່ານ​ຢືນ​ຢັນ​ວ່າ, ເລື່ອງ​ທ່ານ​ເຕື້ອງ​ເຖິງ​ການ​ເຂັ່ນ​ຂ​້າ​ຊາວ​ຢິວ ແມ່ນ​ເພື່ອ​ແນ​ໃສ່​ໂຕ້​ຕອບ​ບັນ​ດາ​ຜູ້​ຕຳ​ໜິ​ຕິ​ຕຽນ, ປຽບ​ທຽບ​ທ່ານ​ຄ້າຍ​ຄື Hitler. ທ່ານປະ​ທາ​ນາ​ທິ​ບໍ​ດີ Duterte ເນັ້ນ​ໜັກ​ວ່າ “ຂ້າ​ພະ​ເຈົ້າ​ຢາກ​ເວົ້າ​ແຈ້ງວ່າ ຄຳ​ເວົ້າ​ຂອງ​ຂ້າ​ພະ​ເຈົ້າ​ບໍ່ແມ່ນ​ການ​ກະ​ທຳ​ເຕະ​ຕ້ອງ​ເຖິງ​ຊາວ​ຢິວ 6 ລ້ານ​ຄົນ​ຖືກ​ເຂັ່ນ​ຂ້າ​ໃນ​ສົງ​ຄາມ​ໂລກ​ຄັ້ງ​ທີ 2. ຂ້າ​ພະ​ເຈົ້າສົ່ງ​ຄຳ​ຂໍ​ໂທດ​ຢ່າງ​ຈິ່ງ​ໃຈ ແລະ ເລິກ​ເຊິ່ງ​ເຖິງ​ປະ​ຊາ​ຄົມ​ຊາວ​ຢິວ”.

ຂ່າວ/ບົດ​ອື່ນ