ປະທານາທິບໍດີ ຟີລິບປິນ Rodrigo Duterte ໂອ້ລົມກັບພີ່ນ້ອງຜູ້ຮັບບາດເຈັບ
(ພາບ: thanhnien.vn/)
(vovworld) – ທ່ານ Paolo Duterte, ຮອງເຈົ້າຄອງນະຄອນ Davao ໃຫ້ຮູ້ວ່າ: ພໍ່ຂອງທ່ານແມ່ນປະທານາທິບໍດີ ຟີລິບປິນ Rodrigo Duterte, ກໍ່ມີໜ້າຢູ່ນະຄອນ Davao ທາງພາກໃຕ້ໃນຈຸດເວລາເກີດການລະເບີດ ເຮັດໃຫ້ຢ່າງໜ້ອຍສຸດມີ 10 ຄົນເສຍຊີວິດ ໃນວັນທີ 2/9. ຕາມທ່ານ Paolo Duterte ແລ້ວ, ທ່ານປະທານາທິບໍດີ Duterte ຍັງມີຄວາມປອດໄພ ແລະ ຢູ່ໃນປ້ອມຕຳຫຼວດແຫ່ງໜຶ່ງພາຍຫຼັງເກີດເຫດລະເບີດ.