ປະທານາທິບໍດີລັດເຊຍຊົມເຊີຍການຮ່ວມມືຂອງອາເມລິກາ
ປະທານາທິບໍດີລັດເຊຍຊົມເຊີຍການຮ່ວມມືຂອງອາເມລິກາ
(ພາບ: Reuters)
(vovworld) - ວັນທີ 24/03, ທ່ານປະທານາທິບໍດີລັດເຊຍ Vladinir Putin ໄດ້ມີການພົບປະກັບທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາ John Kerry ທີ່ພວມຢ້ຽມຢາມມົດສະກູ. ທ່ານປະທານາທິບໍດີ Putin ຖືວ່າ, ມົດສະກູ ແລະ ວໍຊິງຕັນ ພວມສາມາດຊອກຫາໄດ້ບັນດາຈຸດຄ້າຍຄືກັນເພື່ອຊຸກຍູ້ການແກ້ໄຂບັນດາບັນຫາ 2 ຝ່າຍ ແລະ ສາກົນ. ທ່ານປະທານາທິບໍດີ Putin ເນັ້ນໜັກວ່າ, ຝ່າຍລັດເຊຍ ຊົມເຊີຍບັນດາການຢ້ຽມຢາມຂອງທ່ານ Kerry ຍ້ອນບັນດາການພົບປະຄືແນວນັ້ນ ໄດ້ສ້າງກາລະໂອກາດເພື່ອແກ້ໄຂຫຼາຍບັນຫາສຳຄັນ.
ສ່ວນທ່ານ John Kerry ໄດ້ຕີລາຄາສູງການຮ່ວມມືຂອງລັດເຊຍ ແລະ ອາເມລິກາ ໃນບັນຫາຊີຣີ ໄດ້ນຳມາເຊິ່ງບັນດາໝາກຜົນຢ່າງເຂັ້ມງວດ ແລະ ປັບປຸງສະພາບການຂອງປະຊາຊົນປະເທດຕາເວັນອອກກາງນີ້.