ປະທານາທິບໍດີລັດເຊຍ,ອາເມລິກາຈະຈັດການເຈລະຈາໃນວັນທີ28/09
(ພາບປະກອບ: Reuters)
(vovworld) – ວັນທີ 24/09, ທັງລັດເຊຍ ແລະ ອາເມລິກາ ລ້ວນແຕ່ຢືນຢັນວ່າ, ທ່ານປະທານາທິບໍດີລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີອາເມລິກາ Barack Obama ຈະມີການເຈລະຈາໃນວັນທີ 28/09 ຈະມາເຖິງ, ຢູ່ນອກວາລະປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ຢູ່ນະຄອນນິວຢອກ, ປະເທດອາເມລິກາ. ການພົບປະລະຫວ່າງການນຳລັດເຊຍ ແລະ ອາເມລິກາ ໄດ້ຮັບການຈັດຕັ້ງຕາມຂໍ້ຕົກລົງ 2 ຝ່າຍ, ພາຍຫຼັງທ່ານປະທານາທິບໍດີລັດເຊຍ ມີບົດກ່າວປາໄສຕໍ່ສະມັດຊາໃຫຍ່ສະຫະປະຊາຊາດ. ຫົວຂໍ້ປຶກສາຫາລືຕົ້ນຕໍ່ແມ່ນບັນຫາຊີຣີ ແລະ ວິກິດການຢູ່ຢູແກຼນ.