ປະທານາທິບໍດີລັດເຊຍເຊັນລັດຖະດຳລັດກ່ຽວຂ້ອງເຖິງເລື່ອງໂຕ້ຕອບບັນດາມາດຕະການລົງໂທດ
ທ່ານປະທານາທິບໍດີ ລັດເຊຍ Vladimir Putin
(ພາບ: AFP/TTXVN)
(vovworld) – ຕາມສຳນັກຂ່າວສານ ລັດເຊຍ ITAR – TASS ແລ້ວ, ວັນທີ 6/8, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ເຊັນລັດຖະດຳລັດ “ກ່ຽວກັບການນຳໃຊ້ບັນດາມາດຕະການເສດຖະກິດພິເສດ, ສະເພາະເພື່ອແນໃສ່ຮັບປະກັນຄວາມໝັ້ນຄົງໃຫ້ສະຫະພັນ ລັດເຊຍ”. ລັດຖະດຳລັດຮຽກຮ້ອງໃຫ້ບັນດາອົງການອຳນາດການປົກຄອງສູນກາງປະຕິບັດບັນດາມາດຕະການກ່ຽວຂ້ອງ, ຕາມນັ້ນແລ້ວໃນໄລຍະ 1 ປີນັບແຕ່ເມື່ອລັດຖະດຳລັດມີຜົນສັກສິດ, ຕ້ອງຫ້າມ ຫຼື ຈຳກັດການນຳເຂົ້າຜະລິດຕະພັນກະເສດ ແລະ ທັນຍາຫານຈຳນວນໜຶ່ງທີ່ມີຕົ້ນກຳເນີດຈາກບັນດາປະເທດຖືກລົງໂທດດ້ານເສດຖະກິດຕ້ານຄືນບຸກຄົນ ແລະ ໝູ່ຄະນະຂອງລັດເຊຍ ຫຼືບັນດາປະເທດໄດ້ສະໜັບສະໜູນຂໍ້ຕົກລົງລົງໂທດນີ້. ທ່ານປະທານາທິບໍດີ Putin ໄດ້ຊີ້ນຳລັດຖະບານ ລັດເຊຍ ສ້າງບັນຊີລາຍຊື່ຜະລິດຕະພັນກະເສດ ແລະ ທັນຍາຫານບາງປະເພດທີ່ນອນໃນບັນຊີລາຍຊື່ປະເພດສິນຄ້າຖືກຫ້າມ ຫຼື ຈຳກັດການນຳເຂົ້າດັ່ງກ່າວ, ກໍ່ຄືບັນດາມາດຕະການລະອຽດ ຈຳເປັນເພື່ອປະຕິບັດລັດຖະດຳລັດ.