(vovworld) - ຕອນຄ່ຳວັນທີ 28/11, ຫ້ອງການສື່ມວນຊົນວັງ Kremlin ໄດ້ແຈ້ງໃຫ້ຊາບວ່າ, ປະທານາທິບໍດີລັດເຊຍ Vladimir Putin ໄດ້ເຊັ່ນລັດຖະດຳລັດນຳໃຊ້ບັນດາມາດຕະການເສດຖະກິດພິເສດສຳລັບ ຕວກກີ. ລັດຖະດຳລັດນີ້ ໄດ້ຈັດວາງບັນດາຄຳສັ່ງຫ້າມ ແລະ ຈຳກັດການນຳເຂົ້າສິ້ນຄ້າບາງປະເພດຈາກ ຕວກກີ ເຂົ້າລັດເຊຍ, ຕາມບັນຊີລາຍຊື່ໂດຍລັດຖະບານສະຫະພັນລັດເຊຍ ກຳນົດ. ເພື່ອຮັບປະກັນການປ້ອງກັນຄວາມສະຫງົບ ແລະ ຜົນປະໂຫຍດແຫ່ງຊາດ, ປົກປ້ອງພົນລະເມືອງລັດເຊຍ ຕໍ່ໜ້າບັນດາການກະທຳອາຍາ ແລະ ຜິດກັບກົດໝາຍ, ລັດຖະດຳລັດກໍຫ້າມ ຫຼື ຈຳກັດບັນດາອົງການຂຶ້ນກັບສິດອຳນາດຂອງຕວກກີ ປະຕິບັດບາງວຽກງານໃນເຂດດິນແດນສະຫະພັນລັດເຊຍ. ຫ້າມຜູ້ຮັບຈ້າງຢູ່ລັດເຊຍ ຮັບພົນລະເມືອງຕວກກີ ເຂົ້າເຮັດວຽກນັບແຕ່ວັນທີ 01/01/2016… ນອກນັ້ນ, ລັດຖະດຳລັດຂອງປະທານາທິບໍດີລັດເຊຍ ອອກຄຳສັ່ງໃຫ້ລັດຖະບານ ເພີ່ມທະວີການກວດກາການເຄື່ອນໄຫວຂອງພະຫະນະຄົມມະນາຄົມທາງບົກກັບຕວກກີ, ຄວບຄຸມທ່າກ່ຳປັ່ນ ແລະ ຮັບປະກັນຄວາມປອດໄພທາງຄົມມະນາຄົມຢູ່ທ່າກ່ຳປັ່ນເຂດລຸ່ມທະເລ Azov ແລະ ທະເລດຳ.