( ພິທີຕ້ອນຮັບທ່ານປະທານາທິບໍດີ ສ. ເບລາຣຸດ
Aleksandr Grigorievich Lukashenko )
(vovworld) – ຕອນຄ່ຳວັນທີ 09/12, ທ່ານປະທານາທິບໍດີ ສ. ເບລາຣຸດ Aleksandr Grigorievich Lukashenko ໄດ້ເດີນທາງອອກຈາກ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຕາມຄຳເຊີນຂອງທ່ານປະທານປະເທດ ສສ ຫວຽດນາມ ເຈືອງເຕີ໋ນຊາງ.
ໃນຂອບເຂດການຢ້ຽມຢາມ, ທ່ານປະທານາທິບໍດີ Aleksandr Grigorievich Lukashenko ໄດ້ເຂົ້າຮ່ວມພິທີຕ້ອນຮັບ, ການເຈລະຈາ ແລະ ເຂົ້າ ງານລ້ຽງ ໂດຍທ່ານປະທານປະເທດ ເຈືອງເຕີ໋ນຊາງ ເປັນເຈົ້າພາບຈັດຕັ້ງຢ່າງສົມກຽດ; ມີການພົບປະກັບທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ; ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ ພົບປະກັບທ່ານນາຍົກລັດຖະມົນຕີ ຫງວຽນເຕີ່ນຢຸງ. ທີ່ບັນດາການພົບປະເຈລະຈາ, ບົນນ້ຳໃຈຮ່ວມມື, ພັດທະນາ, 2 ຝ່າຍໄດ້ສະແດງຄວາມພາກພູມໃຈຕໍ່ບັນດາບາດກ້າວພັດທະນາຢ່າງຕັ້ງໜ້າ ໃນການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ເບລາຣຸດ ໃນທຸກຂົງເຂດ ແລະ ຢືນຢັນຕັດສິນໃຈການປັບປຸງ ແລະ ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຮ່ວມມືຫລາຍດ້ານລະຫວ່າງ 2 ປະເທດຢ່າງຮອບດ້ານ, ແທດຈິງ. ຕອບສະໜອງຜົນປະໂຫຍດຂອງ 2 ຝ່າຍ, ສູ້ຊົນເພື່ອນຳການພົວພັນ 2 ປະເທດໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່ໂດຍໄວ.
ທ່ານປະທານປະເທດ ເຈືອງເຕີ໋ນຊາງ ແລະ ທ່ານປະທານາທິບໍດີ Lukashenko ໄດ້ລົງນາມໃນຖະແຫຼງການຮ່ວມກ່ຽວກັບການປັບປຸງ ແລະ ພັດທະນາການພົວພັນຮອບດ້ານລະຫວ່າງ ຫວຽດນາມ ແລະ ເບລາຣຸດ.