ປະທານາທິບໍດິອິດສະຣາແອນຢ້ຽມຢາມອ່າວຫ້າລອງ
(ທ່ານປະທານາທິບໍດີ Reuven Ruvi Rivlin ຢ້ຽມຢາມອ່າວຫ້າລອງ)
(vovworld) - ຕອນເຊົ້າວັນທີ 22/03, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ທ່ານປະທານາທິບໍດີສ.ອິດສະຣາແອນ Reuven Ruvi Rivlin ແລະ ພັນລະຍາ ໄດ້ໄປຮອດແຂວງກວາງນິງ ແລະ ຢ້ຽມຢາມອ່າວຫ້າລອງ. ທ່ານປະທານາທິບໍດີ ອິດສະຣາແອນ Reuven Ruvi Rivlin ໄດ້ສະແດງຄວາມປິຕິຊົມຊື່ນເມື່ອໄດ້ມາຢ້ຽມຢາມແຂວງກວາງນິງ, ເຊິ່ງແມ່ນແຂວງມີອ່າວຫ້າລອງ ທີ່ສວຍງາມ. ທີ່ການຕ້ອນຮັບທ່ານປະທານາທິບໍດີສ.ອິດສະຣາແອນ Reuven Ruvi Rivlin, ທ່ານນາງ ວູທິຖຸຖຸຍ, ຮອງປະທານຄະນະກຳມະການປະຊາຊົນແຂວງ ກວາງນິງ ໄດ້ແຈ້ງໃຫ້ຄະນະຊາບ ກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າແຮງພັດທະນາເສດຖະກິດ, ສັງຄົມຂອງແຂວງ. ຫຼັງຈາກນັ້ນຄະນະໄດ້ໄປຢ້ຽມຊົມອ່າວຫ້າລອງ.
ຕອນບ່າຍວັນດຽວກັນ, ທ່ານປະທານາທິບໍດີອິດສະຣາແອນ ແລະ ພັນລະຍາ ໄດ້ເດີນທາງໄປນະຄອນໂຮ່ຈິມິນ, ສືບຕໍ່ການຢ້ຽມຢາມຫວຽດນາມ ຮອດວັນທີ 25/03.