ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ
ທ່ານປະທານາທິບໍດີ ອີຕາລີ Sergio Mattarella
(ພາບ: TTXVN)
(vovworld) – ວັນທີ 8/11, ທ່ານປະທານາທິບໍດີ ອີຕາລີ Sergio Mattarella ພ້ອມກັບຄະນະຜູ້ແທນຂັ້ນສູງ ອີຕາລີ ເດີນທາງອອກຈາກນະຄອນ ໂຮ່ຈີມິນ, ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຕາມຄຳເຊີນຂອງທ່ານປະທານປະເທດ ຫວຽດນາມ ເຈືອງເຕີ໋ນຊາງ ຢ່າງຈົບງາມ. ໃນຂອບເຂດການຢ້ຽມຢາມ, ທ່ານປະທານາທິບໍດີ Sergio Mattarella ໄດ້ເຈລະຈາກັບທ່ານປະທານປະເທດ ເຈືອງເຕີ໋ນຊາງ; ເຂົ້າຢ້ຽມຂ່ຳນັບຕາມພິທີການທູດທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ; ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ແລະ ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ; ພົບປະກັບທ່ານປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ເລຮ່ວາງກວນ ແລະ ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ອີຕາລີ. ທີ່ການເຈລະຈາ ແລະ ພົບປະຂັ້ນສູງ, ການນຳ 2 ຝ່າຍລ້ວນແຕ່ເນັ້ນໜັກວ່າ: ການຢ້ຽມຢາມຄັ້ງທຳອິດຂອງທ່ານປະທານາທິບໍດີ ອີຕາລີ ເຖິງ ຫວຽດນາມ ເປັນຂີດໝາຍບາດກ້າວພັດທະນາສຳຄັນໃນການພົວພັນອັນດີງາມລະຫວ່າງ 2 ປະເທດ, ເປັນການພິສູດໃຫ້ເຫັນການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອີຕາລີ ຢ່າງລະອຽດ.