ປະທານາທິບໍດີອິນໂດເນເຊຍຮຽກຮ້ອງກວດກາຄືນບັນດາອຸປະກອນການທະຫານພາຍຫຼັງອຸບັດຕິເຫດເຮືອບິນຕົກ
ທະຫານ ອິນໂດເນເຊຍ ຊອກຫາສາກສົບຂອງຜູ້ປະສົບເຄາະຮ້າຍ
(ພາບ: ສຳນັກຂ່າວສານຊິນຮວາ /TTXVN)
|
(vovworld) – ວັນທີ 1/7, ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ໄດ້ຮຽກຮ້ອງກວດກາຄືນສະພາບອຸປະກອນປ້ອງກັນປະເທດຂອງປະເທດນີ້ພາຍຫຼັງເຫດເຮືອບິນຂົນສົ່ງການທະຫານ C -130B Hercules ຖືກຕົກຢູ່ນະຄອນ Medan, ເກາະ Sumatra ເຮັດໃຫ້ 141 ຄົນເສຍຊີວິດ. ທ່ານປະທານາທິບໍດີ Widodo ຮຽກຮ້ອງໃຫ້ທ່ານລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ສືບສວນສາຍເຫດກໍ່ໃຫ້ເກີດອຸບັດຕິເຫດດັ່ງກ່າວຢ່າງລະອຽດ, ພ້ອມທັງພິຈາລະນາຄືນວິທີຄຸ້ມຄອງລະບົບປະມູນ ການທະຫານ ແລະ ບັນດາອຸປະກອນການທະຫານ. ທ່ານ Widodo ກໍ່ຮຽກຮ້ອງຕ້ອງຕີລາຄາຄືນສະພາບອຸປະກອນປ້ອງກັນປະເທດຄື: ເຮືອບິນສຸ້ຮົບ, ເຮືອບິນຂົນສົ່ງ, ກ່ຳປັ່ນສຸ້ຮົບ, ກ່ຳປັ່ນດຳນ້ຳ ແລະ ກ່ຳປັ່ນອື່ນໆອີກ.