ປະທານາທິບໍດີ ອີຣານ Hassan Rouhani
(ພາບ: AFP/TTXVN)
(vovworld) - ວັນທີ 7/4, ປະທານາທິບໍດີ ອີຣານ Hassan Rouhani ຖະແຫຼງວ່າ, ຄຳວິຈານຂອງບັນດາຜູ້ຕິຕຽນຂໍ້ຕົກລົງນິວຄະເລຍຢູ່ປະເທດນີ້ທີ່ມີຕໍ່ບັນດາປະເທດມະຫາອຳນາດໃນໂລກແມ່ນອັນຕະລາຍ, ພ້ອມທັງຊຸກຍູ້ການເພີ່ມທະວີການເຈລະຈາ ແລະ ບັນດາມາດຕະການການທູດ. ໃນບົດປາໄສທີ່ໄດ້ຮັບການຖ່າຍທອດສົດຈາກນະຄອນຫຼວງ Tehran, ປະທານາທິບໍດີ Rouhani ເນັ້ນໜັກວ່າ, ຂໍ້ຕົກລົງນິວຄະເລຍ ໄດ້ຮັບການປະຕິບັດໃນເດືອນ 1 ຜ່ານມາ, ພາຍຫຼັງເຈລະຈາມາເປັນເວລາ 2 ປີ, ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ, ຂໍ້ອ້າງອີງ ແລະ ອ້າງຄາລົມຈະຊະນະບັນດາໄພນາມຂູ່ ແລະ ກຳລັງແຮງ. ທ່ານເຊື່ອໝັ້ນວ່າ, ທັດສະນະນັ້ນໄດ້ພາໃຫ້ ອີຣານບໍ່ເຊື່ອໝັ້ນຜູ້ໃດ ແລະ ບໍ່ໄດ້ຮັບປະໂຫຍດ. ສິ່ງດັ່ງກ່າວຈະເປັນຄວາມອັນຕະລາຍສຳລັບບໍ່ວ່າສັງຄົມໃດ. ຄຽງຂ້າງນັ້ນ, ປະທານາທິບໍດີ Hassan Rouhani ກໍ່ກ່າວເຕືອນວ່າ, ຍ້ອນມີຂໍ້ຕົກລົງນີ້, ໄດ້ສ້າງບັນດາກາລະໂອກາດພັດທະນາເສດຖະກິດ, ພ້ອມທັງກ່າວປະນາມບັນດາຜູ້ມີແຕ່ເຫັນໄດ້ໄພນາບຂູ່ຈາກຂໍ້ຕົກລົງດັ່ງກ່າວ.