ປະທານາທິບໍດີອາເມລິກາກ່າວປາໄສກ່ຽວກັບການຕໍ່ສູ້ຕ້ານກໍ່ການຮ້າຍ

ປະທານາທິບໍດີອາເມລິກາກ່າວປາໄສກ່ຽວກັບການຕໍ່ສູ້ຕ້ານກໍ່ການຮ້າຍ - ảnh 1
ປະ​ທານາ​ທິ​ບໍ​ດີ​ Barack Obama
(ພາບ: vtc)

(vovworld) – ​ໃນເວ​ລາ 20ໂມງ, ວັນ​ທີ 06/12 (ຕາມ​ເວ​ລາ​ອາ​ເມ​ລິກ​າ), ກົງ​ກັບ 8ໂມງ ​ເຊົ້າ​ວັນ​ທີ 07/12, ຕາມ​ເວ​ລາ​ຫວຽດ​ນ​າມ, ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ໄດ້​ມີ​ບົດ​ກ່າວ​ປາ​ໄສ​ພິ​ເສດ ຝາກ​ເຖິງ​ປະ​ຊາ​ຊົນ​ກ່ຽວ​ກັບ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຕ້ານກໍ່​ການ​ຮ້າຍ. ປະ​ທານາ​ທິ​ບໍ​ດີ​ Barack Obama ຢືນ​ຢັນ​ວ່າ, ບັນ​ດາ​ໄພ​ນາບ​ຂູ່​ຈາກ​ລັດ​ທິກໍ່​ການ​ຮ້າຍ​ແມ່ນ​ມີ​ຢູ່​ແລ້ວ ແຕ່​ຖື​ວ່າ​ຈະ​ຕີ​ເອົາ​ປະ​ລ​າ​ໄຊ​ຕີ​ໄພ​​ພິ​ບັດ​ນີ້. ປະ​ທາ​ນາ​ທິ​ບໍ​ດີ​ Barack Obama ໃຫ້​ຮູ້​ວ່າ, ໃນ 2 – 3 ປີິ​ຜ່ານ​ມາ, ໄພ​ນາບ​ຂູ່​ຈາກ​ພວກກໍ່​ການ​ຮ້າຍ​ໄດ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ໃໝ່, ອາ​ເມ​ລິ​ກາ ຈະ​ດັບ​ສູນ​ອົງ​ການ​ລັດ​ອິດ​ສະ​ລາມ (IS) ອ້າງ​ຊື່​ເອງ ແລະ ຊອກ​ຈັບ​ບັນ​ດາ​ພາກ​ສ່ວນກໍ່​ການ​ຮ້າຍ “ຢູ່​ບໍ່​ວ່າ​ປະ​ເທດ​ໃດ​ທີ່​ຈ​ຳ​ເປັນ”. ປະ​ທາ​ນາ​ທິ​ບໍ​ດີ​ Barack Obama ກໍ​ເນັ້ນ​ໜັກ​ວ່າ, ປະ​ເທດ​ອາ​ເມ​ລິ​ກາ ບໍ່​ຄວນ​ເຂົ້າ​ຮ່ວມ​ການ​ຕໍ່​ສູ້​ອັນຍາວ​ນານ, ສິ້ນ​ເບື້ອງ​ຢູ່ອີ​ຮັກ ຫຼື ​ຢູ່​ຊີ​ຣີ. ຕາມ​ປະ​ທາ​ນາ​ທິ​ບໍ​ດີ​ Barack Obama ແລ້ວ, ແນວ​ຄິດ​ຫົວ​ຮຸ້ນ​ແຮງ​ໄດ້​ແຜ່​ລາມ​ອອກ​ບາງ​ປະ​ຊ​າ​ຄົມມຸດ​ສະ​ລິມ ແລ້ວ ແລະ ບັນ​ດາ​ການ​ນຳ​ມຸດ​ສະ​ລິມ, ຕ້ອງ​ສົມ​ທົບ​ກັນ​ກັບ​ປະ​ເທດ​ອື່​ນໆ ເພື່ອ​ລົບ​ລ້າງແນວ​ຄິດ​ຂອງ IS.

ຂ່າວ/ບົດ​ອື່ນ