ປະທານາທິບໍດີອາເມລິກາຝາກຈົດໝາຍໃຫ້ຄູ່ຕຳແໜ່ງລັດເຊຍ

(VOVWORLD) -ວັນທີ 08 ສິງຫາ, ໂຄສົກວັງ Kremlin ທ່ານ Dmitry Peskov ຢັ້ງຢືນວ່າ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ຝາກຈົດໝາຍເຖິງຄູ່ຕຳແໜ່ງລັດເຊຍ Vladimir Putin ຜ່ານບັນດາຊ່ອງທາງການທູດ.
ປະທານາທິບໍດີອາເມລິກາຝາກຈົດໝາຍໃຫ້ຄູ່ຕຳແໜ່ງລັດເຊຍ - ảnh 1 (ທ່ານປະທານາທິບໍດີອາເມລິກາ Donald Trump)

ທ່ານ Peskov ໄດ້ຍົກອອກຄຳຢັ້ງຢືນດັ່ງກ່າວ ພາຍຫຼັງທ່ານສະມາຊິກສະພາສູງອາເມລິກາ Rand Paul ໃຫ້ຮູ້ວ່າ, ໃນການຢ້ຽມຢາມ ມົດສະກູ, ທ່ານໄດ້ມອບຈົດໝາຍຂອງທ່ານປະທານາທິບໍດີ Donald Trump ໃຫ້ທ່ານປະທານາທິບໍດີລັດເຊຍ Vladimir Putin, ໃນນັ້ນໄດ້ເຕື້ອງເຖິງວິທີເຊິ່ງວໍຊິງຕັນ ແລະ ມົດສະກູ ສາມາດຮ່ວມມືໃນຫຼາຍຂົງເຂດ, ລວມທັງການຕ້ານການກໍ່ການຮ້າຍ.

        ໃນເຫດການອື່ນ, ວັນທີ 08 ສິງຫາ ເວັບໄຊ Wikileaks ໃຫ້ຮູ້ວ່າ, ກຳມາທິການສືບລາຊະການລັບສະພາສູງອາເມລິກາ ໄດ້ສະເໜີໃຫ້ຜູ້ສ້າງຕັ້ງ Wikileaks ທ່ານ Julian Assange, ອອກມາເປັນຕົວພະຍານໃນການສືບສວນກ່ຽວຂ້ອງເຖິງເລື່ອງລັດເຊຍ ແຊກແຊງເຂົ້າການເລືອກຕັ້ງປະທານາທິບໍດີອາເມລິກາ ເມື່ອປີ 2016.

ຕອບກັບ

ຂ່າວ/ບົດ​ອື່ນ