(vovworld) - ວັນທີ 08/06, ທ່ານປະທານາທິບໍດີອາເມລິກາ Barack Obama ສະແດງຄວາມປະເອີບໃຈວ່າ, ກຸ່ມລັດອິດສະລາມ (IS) ອ້າງຊື່ເອງ ຈະຖືກໂຈມຕີອອກຈາກອີຣັກ, ແຕ່ຄວາມມານະພະຍາຍາມນີ້ຕ້ອງໃຊ້ເວລາ ແລະ ຈຳເປັນຕ້ອງສ້າງຕັ້ງລັດຖະບານຫຼາຍຝ່າຍຢູ່ ແບກແດດ. ກ່າວຄຳເຫັນທີ່ການພົບປະກັບທ່ານລັດຖະມົນຕີອີຣັກ Haider al Abadi ຢູ່ນອກກອງປະຊຸມສຸດຍອດ ຈີ 7, ຢູ່ເຢຍລະມັນ, ທ່ານປະທານາທິບໍດີ Obama ຢືນຢັນວ່າ ອາເມລິກາ ຈະສືບຕໍ່ເພີ່ມທະວີການຝຶກຊ້ອມ ແລະ ໜູນຊ່ວຍທະຫານອີຣັກ ເພື່ອໃຫ້ເຂົ້າເຈົ້າສາມາດບຸກໂຈມຕີ ຫາກບໍ່ພຽງແຕ່ຮັກສາການເຄື່ອນໄຫວ ຫຼື ປ້ອງກັນ. ສ່ວນທ່ານນາຍົກລັດຖະມົນຕີ ອີຣັກ ໄດ້ກະຕຸກຊຸກຍູ້ປະຊາຄົມສາກົນ ຊ່ວຍສະກັດກັ້ນ IS ຫາເງິນຈາກການຄ້າເຖື່ອນນ້ຳມັນ. ທ່ານເນັ້ນນັກວ່າ, ທະຫານອີຣັກ ຍາດໄດ້ໄຊຊະນະໃນການປະທະກັນຈຳນວນໜຶ່ງ ແລະ ເລື່ອງເມືອງເອກ Ramadi ແຂວງ Anbar ຖືກປິດລ້ອມພຽງແຕ່ແມ່ນຊົ່ວຄາວເທົ່ານັ້ນ.