ປະທານາທິບໍດີອາເມລິກາຮຽກຮ້ອງການລົງທຶນໃຫ້ການສຶກສາກວ່າອີກ

ປະທານາທິບໍດີອາເມລິກາຮຽກຮ້ອງການລົງທຶນໃຫ້ການສຶກສາກວ່າອີກ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama
ພາບ: tienphong.vn

(vovworld)-​ ໃນ​ບົດ​ກ່າວ​ປາ​ໄສ​ປະ​ຈຳ​ສັບ​ປະ​ດາ, ວັນ​ທີ 14/2, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama ໄດ້​ຮຽກ​ຮ້ອງ​ເພີ່ມ​ທະ​ວີ​ການ​ລົງ​ທຶນ​ໃຫ້​ການ​ສຶກ​ສາ​ຢູ່ ອາ​ເມ​ລິ​ກາ ກວ່າ​ອີກ. ທ່ານ ເນັ້ນ​ຫນັກ​ວ່າ: ເດັກ​ນ້ອຍ​ທ​ຸກ​ຄົນ​ຢູ່ ອາ​ເມ​ລິ​ກາ ຕ້ອງ​ໄດ້​ໄປ​ໂຮງ​ຮຽນ ແລະ ໄດ້​ຮັບ​ຄວາມ​ຮູ້​ເພື່ອ​ກະ​ກຽມ​ໃຫ້​ຜົນ​ສຳ​ເລັດ​ຂອງ​ພວກ​ເຮົາ​ໃນ​ອ​ະ​ນາ​ຄົດ.ແຜນ​ການ​ລະ​ອຽດ​ງົບ​ປະ​ມານ​ປີ 2016 ຂອງ ທ່ານ O. Bama ຕ້ອງ​ໄດ້​ຮັບ​ການ​ຮັບ​ຮອ​ງ​ເອົາ​ກ່ອນ​ທີ່​ມີ​ຜົນ​ສັກ​ສິດ. ໃນ​ແຜນ​ການນີ້, ປະ​ທ​າ​ນາ​ທິ​ບໍ​ດີ ອາ​ເມ​ລິກ ໄດ້​ສະ​ເຫນີ ຫລາຍ​ລາຍ​ການ​ຫນູນ​ຊ່ວຍ​ຊາວ​ ອາ​ເມ​ລິ​ກາ ຜູ້​ມີ​ລາຍ​ຮັບ​ປານ​ກາງ, ຫນູນ​ຊ່ວຍ​ການ​ສຶກ​ສາ, ລົງ​ທຶນກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ ແລະ ຫລຸດ​ຜ່ອນ​ອາ​ກອນ​ລາຍ​ຮັບ​ໃຫ້​ແກ່​ຜູ້​ມີ​ລາຍ​ຮັບ​ປານ​ກາງ​ຢູ່ ອາ​ເມ​ລິ​ກາ ເພື່ອ​ຈຸດ​ປະ​ສົງ​ສ້າງ​ປະ​ຖົມ​ປັດ​ໄຈ​ເພື່ອ​ກະ​ກຽມ​ໃຫ້​ແກ່​ການ​ເລຶອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ປີ 2016.

 

 

 

 

 

ຂ່າວ/ບົດ​ອື່ນ