ປະທານາທິບໍດີອາເມລິກາ: ຈະປະກາດສະຖານທີ່ລົງນາມໃນຂໍ້ຕົກລົງດ້ານການຄ້າລະຫວ່າງອາເມລິກາ-ຈີນໄລຍະທີ 1 ໂດຍໄວ

(VOVWORLD) -ຈີນ ແລະ ອາເມລິກາ ພວມຊອກຫາວິທີເລືອກເຟັ້ນສະຖານທີ່ໃໝ່ ເພື່ອລົງນາມໃນໄລຍະທີ 1 ຂອງຂໍ້ຕົກລົງດ້ານການຄ້າ…

ປະທານາທິບໍດີອາເມລິກາ: ຈະປະກາດສະຖານທີ່ລົງນາມໃນຂໍ້ຕົກລົງດ້ານການຄ້າລະຫວ່າງອາເມລິກາ-ຈີນໄລຍະທີ 1 ໂດຍໄວ - ảnh 1 ທ່ານປະທານປະເທດຈີນ ສີຈີ້ນຜິງ ແລະ ທ່ານປະທານາທິບໍດີອາເມລິກາ Donald Trump

(ພາບປະກອບ: AFP/TTXVN)

ວັນທີ 31 ຕຸລາ, ທ່ານປະທານາທິບໍດີອາເມລິກາ Donald Trump ໃຫ້ຮູ້ວ່າ, ປະເທດນີ້ ແລະ ຈີນ ຈະປະກາດສະຖານທີ່ໃໝ່, ເຊິ່ງແມ່ນສະຖານທີ່ການນຳ 2 ປະເທດດັ່ງກ່າວນີ້ຈະລົງນາມໃນຂໍ້ຕົກລົງດ້ານການຄ້າ “ໄລຍະ 1”, ພາຍຫຼັງ ຈີເລ ຍົກເລີກການເປັນເຈົ້າພາບຈັດຕັ້ງກອງປະຊຸມສຸດຍອດຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) ຕາມແຜນການແມ່ນຈະດຳເນີນໃນກາງເດືອນ ພະຈິກ ຈະມາເຖິງ. ແຈ້ງການໃນສື່ສັງຄົມອອກລາຍ Twitter, ທ່ານປະທານາທິບໍດີ D.Trump ໄດ້ຂຽນວ່າ: “ຈີນ ແລະ ອາເມລິກາ ພວມຊອກຫາວິທີເລືອກເຟັ້ນສະຖານທີ່ໃໝ່ ເພື່ອລົງນາມໃນໄລຍະທີ 1 ຂອງຂໍ້ຕົກລົງດ້ານການຄ້າ… ສະຖານທີ່ແຫ່ງໃໝ່ນີ້ຈະໄດ້ຮັບການປະກາດໂດຍໄວ. ທ່ານປະທານປະເທດຈີນ ສີຈີ້ນຜິງ ແລະ ທ່ານປະທານາທິບໍດີອາເມລິກາ Donald Trump ຈະເປັນຜູ້ລົງນາມໃນຂໍ້ຕົກລົງນີ້”.

        ກ່ອນຄຳກ່າວປາໄສຂອງທ່ານປະທານາທິບໍດີ D.Trump ຈະຖືກຍົກອອກມາ, ກະຊວງການຄ້າຈີນ ໄດ້ຢືນຢັນວ່າ ບັນດານັກເຈລະຈາດ້ານການຄ້າແຖວໜ້າຂອງປະເທດນີ້ ແລະ ອາເມລິກາ ຈະກັບຄືນສູ່ໂຕະເຈລະຈາໃນວັນທີ 1 ພະຈິກ.

ຕອບກັບ

ຂ່າວ/ບົດ​ອື່ນ