ປະທານາທິບໍດີອາເມລິກາ ຍັງຄົງປະເຊີນໜ້າ ກັບການທ້າທາຍຫຼາຍຢ່າງ
(vovworld) - ເຖິງວ່າພາຍຫຼັງການເລືອກຕັ້ງປະທານາທິບໍດີ ໄດ້ມີບັນດາຄຳເຫັນທີ່ມີລັກສະນະໄກ່ເກ່ຍລະຫວ່າງທຳນຽບຂາວ ແລະ ພັກປະຊາທິປະໄຕ ກັບຝ່າຍສາທາລະນະທີ່ກຳສິດຄວບຄຸມສະພາຕຳ່ສ່ວນຫຼາຍກໍ່ຕາມ, ແຕ່ວັນທີ 8/11 ຫາງສຽງອາເມລິກາຍັງຄົງຖືວ່າປະທານາທິບໍດີ Barack Obama, ຜູ້ທີ່ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີ ອາເມລິກາ ອາຍຸການທີ 2, ຍັງຕ້ອງປະເຊີນໜ້າກັບການທ້າທາຍຫຼາຍຢ່າງ, ນັບທັງໃນບັນຫາພົວພັນພາຍໃນ ແລະ ພົວພັນກັບຕ່າງປະເທດ. ມາຮອດປະຈຸບັນ, ບັນດາການນຳຂອງພັກປະຊາທິປະໄຕ ແລະ ພັກສາທາລະນະຢູ່ສະພາແຫ່ງຊາດຍັງບໍ່ລົງລອຍກັນກ່ຽວກັບບັນຫາພາສີ ອາກອນ. ຍັງມີການທ້າທາຍໜຶ່ງອີກ ສຳຫຼັບອຳນາດການປົກຄອງຂອງປະທານາທິບໍດີ Obama ນັ້ນແມ່ນ ການໄກ່ເກ່ຍສະພາແຫ່ງຊາດໃຫ້ຍົກລະດັບເພດານໜີ້ແຫ່ງຊາດໃນໄລຍະຈະມາ ເຖິງຂຶ້ນເຖິງ 16.400 ຕື້ USD ເຊິ່ງສະພາແຫ່ງຊາດໄດ້ອະນຸຍາດແລ້ວ. ກ່ຽວກັບການພົວພັນກັບຕ່າງປະເທດ, ປະທານາທິບໍດີ Obama ຍັງບໍ່ທັນປະຕິບັດໄດ້ຄຳໝັ້ນສັນຍາຊຸກຍູ້ ອິດສຮາແອນ ແລະ ປາແລດສະຕີນ ລົງນາມໃນສັນຍາສັນຕິພາບໄລຍະຍາວ. ການສະກັດກັ້ນຄວາມມັກໃຫຍ່ໄຝ່ສູງດ້ານນິວຄະເລຍຂອງອີຮານ ແຕ່ບໍ່ປຸກລະດົມສົງຄາມຄັ້ງໃໝ່ຢູ່ຕາເວັນອອກກາງ ກໍ່ແມ່ນກຳລັງດັນສຳຫຼັບທ່ານ Obama, ພິເສດແມ່ນໃນສະຖານະການທີ່ ອິດສະຮາແອນ ພວມຂົ່ມຂູ່ອາດຈະດຳເນີນການບຸກໂຈມຕີທາງອາກາດເຂົ້າບັນດາຮາກຖານ ທີ່ສົງໃສວ່າພວມຜະລິດອາວຸດນິວຄະເລຍຢູ່ອີຮານ.