ປະທານາທິບໍດີອາເມລິກາ ຢັບຢັ້ງຮ່າງກົດໝາຍວ່າດ້ວຍທໍ່ສົ່ງນ້ຳມັນ Keystone XL
ທ່ານປະທານາທິບໍດີອາເມລິກາ Barack Obama
(ພາບອີນເຕີແນດ)
(vovworld) – ວັນທີ 24/02, ທ່ານປະທານາທິບໍດີອາເມລິກາ Barack Obama ໄດ້ຢັບຢັ້ງຮ່າງກົດໝາຍວ່າດ້ວຍການກໍ່ສ້າງລະບົບທໍ່ສົ່ງນ້ຳມັນຈາກ ການາດາ ເຖິງໂຮງງານກັນນ້ຳມັນຢູ່ບັນດາລັດພາກໃຕ້ ອາເມລິກາ. ທ່ານປະທານາທິບໍດີ Obama ຝາກເຖິງສະພາສູງອາເມລິກາ ແລະ ຊີ້ແຈ້ງວ່າ, ທ່ານໄດ້ຊັ່ງຊາເມື່ອນຳໃຊ້ສິດອຳນາດຂອງປະທານາທິບໍດີຢ່າງເຂັ້ມງວດ ເພື່ອຢັບຢັ້ງຮ່າງກົດໝາຍ Keystone XL ແລະ “ຮັບຜິດຊອບກ່ຽວກັບວຽກງານນີ້ຕໍ່ປະຊາຊົນອາເມລິກາ ຢ່າງເຂັ້ມງວດ”.
ໂຄງການສ້າງລະບົບທໍ່ສົ່ງນ້ຳມັນ Keystone XL ຈາກ ການາດາ ໄປຜ່ານເຂດດິນແດນປະເທດອາເມລິກາ ໄດ້ເລີ່ມປະຕິບັດກ່ອນນີ້ 6 ປີ ດ້ວຍຍອດຈຳນວນເງິນກວ່າ 8 ຕື້ USD. ໂຄງການດັ່ງກ່າວໂດຍບັນດານັກສ້າງກົດໝາຍຂອງພັກສາທາລະນະ ແລະ ບັນດາກຸ່ມບໍລິສັດນ້ຳມັນສະໜັບສະໜູນ ໃນຂະນະທີ່ບັນດາສະມາຊິກຂອງພັກປະຊາທິປະໄຕ ແລະ ກຸ່ມເຄື່ອນໄຫວກ່ຽວກັບສິ່ງແວດລ້ອມຢູ່ທັງອາເມລິກາ ແລະ ການາດາ ຄັດຄ້ານ ຍ້ອນມີຄວາມວິຕົກກັງວົນວ່າ ຈະທຳລາຍສິ່ງແວດລ້ອມ ແລະ ລະບົບນິເວດຢູ່ຕາມແຫ່ງທີ່ທໍ່ສົ່ງນ້ຳມັນແລ່ນຜ່ານ.