(VOVWORLD) - ທ່ານນາງຮອງປະທານາທິບໍດີອາເມລິກາ Kamala Harris ກໍ່ເນັ້ນໜັກວ່າ, ອາເມລິກາ ແລະ ອາຊຽນ ແບ່ງປັນວິໄສທັດກ່ຽວກັບພາກພື້ນ.
ວັນທີ 13 ພຶດສະພາ, ປະທານາທິບໍດີອາເມລິກາ Joe Biden ຢືນຢັນວ່າ ກອງປະຊຸມສຸດຍອດຄັ້ງທຳອິດຢູ່ ວໍຊິງຕັນ ກັບບັນດາການນຳອາຊຽນ ເປັນຂີດໝາຍແຫ່ງການເປີດສາກ “ສັງກະລາດໃໝ່” ໃນການພົວພັນລະຫວ່າງອາເມລິກາ-ອາຊຽນ. ອຳນາດການປົກຄອງຂອງປະທານາທິບໍດີອາເມລິກາ Joe Biden ຫວັງວ່າ, ຄວາມມານະພະຍາຍາມນີ້ ສະແດງໃຫ້ເຫັນວ່າ, ອາເມລິກາ ຍັງສຸມໃສ່ພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ.
ກ່ອນໜ້ານັ້ນ, ທ່ານນາງຮອງປະທານາທິບໍດີອາເມລິກາ Kamala Harris ກໍ່ເນັ້ນໜັກວ່າ, ອາເມລິກາ ແລະ ອາຊຽນ ແບ່ງປັນວິໄສທັດກ່ຽວກັບພາກພື້ນ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ສອງຝ່າຍຈະພ້ອມກັນປ້ອງກັນບັນດາໄພນາບຂູ່ສຳລັບບັນດາຫຼັກການ ແລະ ມາດຖານສາກົນ. ທ່ານນາງ Kamala Harris ໄດ້ຢັ້ງຢືນຄືນໃໝ່ວ່າ, ອາເມລິກາ ແບ່ງປັນວິໄສທັດລວມອາຊຽນ ກ່ຽວກັບ “ການເຄົາລົບກົດໝາຍຢູ່ທະເລ, ໃນນັ້ນ ມີສິດເສລີໃນການເດີນເຮືອ, ການບິນ ແລະ ກົດໝາຍສາກົນ” ໃນພາກພື້ນ.