ທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduro Moros
(ພາບ: internet)
(vovworld) – ໂດຍໄດ້ຮັບຄຳເຊີນຂອງທ່ານປະທານປະເທດ ຫວຽດນາມ ເຈືອງເຕີ໋ນຊາງ, ທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduro Moros ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 30 – 31/8/2015. ການຢ້ຽມຢາມ ຫວຽດນາມ ຂອງ ທ່ານປະທານາທິບໍດີ ເວເນຊູເອລາ ເພື່ອແນໃສ່ເພີ່ມທະວີການພົວພັນ 2 ຝ່າຍ, ແລກປ່ຽນບັນດາມາດຕະການເປີດກ້ວາງການຮ່ວມມືລົງທຶນລະຫວ່າງ 2 ປະເທດ ແລະ ຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດຢູ່ບັນດາເວທີປາໄສ ແລະ ອົງການຈັດຕັ້ງສາກົນ. ໃນການຢ້ຽມຢາມ, ເວເນຊູເອລາ ກໍຊອກຮູ້ບົດຮຽນກ່ຽວກັບການພັດທະນາຂອງ ຫວຽດນາມ.
ພາຍຫຼັງພາກຂ່າວ, ເຊີນທ່ານຮັບຟັງບົດຂຽນຂອງບັນນາທິການວິທະຍຸກະຈາຍສຽງຫວຽດນາມ, ດ້ວຍຫົວຂໍ້ວ່າ:ສ້າງຂີດໝາຍໃໝ່ໃນການພົວພັນລະຫວ່າງ 2 ປະເທດ.