ປະທານາທິບໍດີແລະຜູ້ບັນຊາການກຳລັງປະກອບອາວຸດມຽນມາປຶກສາຫາລືກັບທ່ານນາງAungSanSuuKyi

ປະທານາທິບໍດີແລະຜູ້ບັນຊາການກຳລັງປະກອບອາວຸດມຽນມາປຶກສາຫາລືກັບທ່ານນາງAungSanSuuKyi - ảnh 1
ປະ​ທາ​ນາ​ທິ​ບໍ​ດີ ມຽນ​ມາ U thein Sein
ທ່າ​ນນາງ Aung San Suu Kyi


(vovworld)-  ​ວັນ​ທີ 2/12, ປະ​ທາ​ນາ​ທິ​ບໍ​ດີ ມຽນ​ມາ U thein Sein ແລະ ຜູ້​ບັນ​ຊາ​ການກຳ​ລັງ​ປະ​ກອບ​ອາ​ວຸດ ມຽນ​ມາ, ນາຍ​ພົນ Min Aung Hlaing ໄດ້​ມີ​ການ​ພົບ​ປະ​​ສະ​ເພາະຕ່າງ​ຫາກ​ກັບ​ທ່າ​ນນາງ Aung San Suu Kyi, ປະ​ທານ ພັກ​ສະ​ຫ​ະ​ພັນ​ແຫ່ງ​ຊາດ ເພື່ອ​ປະ​ຊາ​ທິ​ປະ​ໄຕ ທີ່​ຍາດ​ໄດ້​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຜ່ານ​ມາ​ຢູ່​ປະ​ເທດນີ້ ເພື່ອ​ປືກ​ສາ​ຫາ​ລື​ກ່ຽວ​ກັບ​ການມອບ​ໂອນ​ສິດ​ອຳ​ນາດ. ກອງ​ປະ​ຊຸມ​ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ໃຫມ່ ​ຂອງ​ມຽນ​ມາ ຈະ​ໄດ້ຂຶ້ນ​ໃນ​ເດືອນ 1/2016, ຫລັງ​ຈາກນັ້ນ ແມ່ນ​ເລືອກ​ຕັ້ງ ປະ​ທາ​ນາ​ທິ​ບໍ​ດີ ຈະ​ດຳ​ເນີນ​ໃນ​ເດືອນ 2 ແລະ ການ​ສ້າງ​ຕັ້ງ​ລັດ​ຖະ​ບານ​ໃຫມ່ ຈະ​ດຳ​ເນີນ​ໃນ​ທ້າຍ​ເດືອນ 3. ລັດ​ຖະ​ບານ​ປະ​ຈຸ​ບັນ ຈະສິ້ນ​ສຸດ​ອາ​ຍຸ​ການ​ໃນ​ທ້າຍ​ເດືອນ 3/2016.

ຂ່າວ/ບົດ​ອື່ນ