ປະທານາທິບໍດີ ຟີລິບປິນ ຢັ້ງຢືນຄືນໃໝ່ຈະບໍ່ເຈລະຈາກັບພວກກະບົດ
(VOVWORLD) -ວັນທີ 04 ມິຖຸນາ, ທ່ານປະທານາທິບໍດີ ຟີລິບປິນ Rodrigo Duterte ຢັ້ງຢືນຄືນໃໝ່ວ່າ ທ່ານຈະບໍ່ເຈລະຈາກັບກຳລັງກະບົດທີ່ມີການພົວພັນກັບອົງການ “ລັດອິດສະລາມ” (IS) ອ້າງຊື່ເອງ
ທ່ານປະທານາທິບໍດີ ຟີລິບປິນ Rodrigo Duterte (ພາບອິນເຕີແນັດ) |
ພ້ອມທັງ ອອກຄຳສັ່ງໃຫ້ບັນດາພົນທະຫານປະເທດນີ້ ດັບສູນພວກກະບົດ ນັບທັງພວກມັນຂ້າສັງຫານຕົວປະກັນຢູ່ນະຄອນ Marawi. ທ່ານປະທານາທິບໍດີ Rodrigo Duterte ຍົກອອກຄຳກ່າວເຕືອນແຂງກະດ້າງນີ້ ຕໍ່ພວກກະບົດທ້ອງຖິ່ນ ແລະ ຕ່າງປະເທດທີ່ພວມປິດລ້ອມນະຄອນ Marawi.
ທ່ານປະທານາທິບໍດີ Rodrigo Duterte ກໍ່ເຊີນບັນດາພາກສ່ວນລຸກຮື້ຂຶ້ນອິດສະລາມເຂົ້າຮ່ວມກອງທັບປະເທດນີ້ ເພື່ອຕ້ານຄືນອົງການລັດອິດສະລາມ (IS) ອ້າງຊື່ເອງ. ບັນດາກຳລັງປະກອບອາວຸດຂອງ ຟີລິບປິນ ພວມຕໍ່ສູ້ຕ້ານມືປືນ Maute ຢູ່ນະຄອນ Marawi ທາງພາກໃຕ້ ຟີລິບປິນ ປະມານ 200 – 250 ຄົນ. ກຸ່ມກະບົດ Maute ໄດ້ປະຕິຍານຈົ່ງຮັກພັກດີກັບ IS.