ປະທານາທິບໍດີ ລັດ ປາແລດສະຕີນ ຢ້ຽມຢາມສະຫະພັນລັດເຊຍ

ປະທານາທິບໍດີ ລັດ ປາແລດສະຕີນ ຢ້ຽມຢາມສະຫະພັນລັດເຊຍ - ảnh 1
ປະທານ​າທິບໍດີ ປາ​ແລດສະຕີ​ນ Mahmoud Abbas
ພາບ:internet


(vovworld) -  ຕອນ​ບ່າຍ​ວັນ​ທີ 13/3, ປະທານ​າທິບໍດີ ປາ​ແລດສະຕີ​ນ Mahmoud Abbas ​ໄດ້​ເດີນທາງ​ເຖິງ ມົດ​ສະ​ກູ ​ທຳ​ການ​ຢ້ຽມຢາມ​ສະຫະພັນ​ລັດ​ເຊຍ​ຢ່າງ​ເປັນ​ທາງ​ການ ຊຶ່ງ​ແກ່ຍາວ​ຮອດ​ວັນ​ທີ 16/3. ນີ້​​ແມ່ນ​ຄັ້ງ​ທີ 10 ທີ່ການ​ນຳ​ປາ​ແລ​ດສະຕີ​ນ ຢ້ຽມຢາມ​ລັດ​ເຊຍ ​ແຕ່​ເປັນ​ຄັ້ງ​ທຳ​ອິດ​ໃນ​ຖານະ​ເປັນ​ປະທານາທິບໍດີ ລັດ ປາ​ແລດ​ສະຕີ​ນ ພາຍຫລັງ ທີ່ປາ​ແລດສະຕີ​ນ​ໄດ້​ຊົມ​ໃຊ້​ຂໍ້​ກຳນົດເປັນ​ປະ​ເທດ​ສັງ​ເກດ​ການ​ຢູ່ ສປຊ. ​ໃນ​ຂອ​ບ​ເຂດ​ການ​ຢ້ຽມຢາມ​ລັດ​ເຊຍ, ປະທານາທິບໍດີ Abbas ຈະ​ມີ​ການ​ເຈລະຈາ​ກັບ​ປະທານາທິບໍດີ ປະ​ເທດ​ເຈົ້າພາບ ທ່ານ Vladimir Putin ກ່ຽວ​ກັບ​ການ​ພົວພັນ​ສອງ​ຝ່າຍ, ສະພາບ​ການ​ຢູ່​ຕາ​ເວັນ​ອອກ​ກາງ - ອາ​ຟີຼກາ​ເຫນືອ ​ແລະ ​ແງ່​ຫວັງ​ເຊື່ອມ​ຕໍ່​ການ​ເຈລະຈາ​ລະຫວ່າງ ປາ​ແລດ​ສະຕີ​ນ ​ແລະ ອິດສະຣາ​ແອນ ​ເພື່ອ​ຊອກ​ຫາ​ມາດ​ຕະການ​ສັນຕິພາບ​ໃຫ້​ແກ່​ການ​ປະ​ທະ​ກັນ​ລະຫວ່າງ​ສອງ​ຝ່າຍ.

ຂ່າວ/ບົດ​ອື່ນ