ປະທານາທິບໍດີ ສ.ເກົາຫຼີ ຮຽກຮ້ອງໃຫ້ຢຸດຕິການເປັນປໍລະປັກລະຫວ່າງ 2 ພາກເກົາຫຼີ ໃນ 70 ປີຜ່ານມາ

(VOVWORLD) - ວັນທີ 19 ກັນຍາ, ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ໄດ້ຮຽກຮ້ອງ 2 ພາກເກົາຫຼີ ມານະພະຍາຍາມເພື່ອຢຸດຕິການເປັນປໍລະປັກກັນໃນ 70 ປີຜ່ານມາ ແລະ ສ້າງສັນຕິພາບຄືນໃໝ່.
ປະທານາທິບໍດີ ສ.ເກົາຫຼີ ຮຽກຮ້ອງໃຫ້ຢຸດຕິການເປັນປໍລະປັກລະຫວ່າງ 2 ພາກເກົາຫຼີ ໃນ 70 ປີຜ່ານມາ - ảnh 1 ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ແລະ ການນຳ ສປປ.ເກົາຫຼີ Kim Jong-un (ພາບ: AFP/TTXVN)

ທ່ານ Moon Jae-in ໄດ້ຍົກອອກຄຳຮຽກຮ້ອງໃນບົດກ່າວປາໄສທຳອິດຂອງຕົນຕໍ່ປະຊາຊົນ ສປປ.ເກົາຫຼີ ໃນພິທີອັດງານມະຫາກຳກິລາຢູ່ສະໜາມກິລາ May Day ຢູ່ ພຽງຢາງ. ທ່ານປະທານາທິບໍດີ Moon Jae-in ໄດ້ເນັ້ນໜັກວ່າ “ຂ້າພະເຈົ້າສະເໜີຢຸດຕິການເປັນປໍລະປັກກັນໃນ 70 ປີຜ່ານມາ ແລະ ມີບາດກ້າວເດີນໃຫຍ່ມຸ່ງໄປເຖິງສັນຕິພາບ ເພື່ອທ້ອນໂຮມເປັນໜຶ່ງດຽວ. ທ່ານປະທານາທິບໍດີ Moon Jae-in ຢືນຢັນວ່າ ທ່ານ ແລະ ການນຳ ສປປ.ເກົາຫຼີ Kim Jong-un ຈະສ້າງ “ປະເທດໃໝ່”, ດ້ວຍພົນລະເມືອງ 80 ລ້ານຄົນຢູ່ 2 ພາກເກົາຫຼີ.

       ໃນເຫດການທີ່ກ່ຽວຂ້ອງ, ວັນທີ 20 ກັນຍາ, ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ແລະ ການນຳ ສປປ.ເກົາຫຼີ Kim Jong-un ກໍ່ໄດ້ປະຕິບັດການຢ້ຽມຢາມພູ Paekdu ຢູ່ແຂວງ Ryanggang ຂອງ ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ