ປະທານາທິບໍດີ ອາເມລິກາ ແລະ ນາຍົກລັດຖະມົນຕີ ອິດສຣາແອນ ໂອ້ລົມທາງໂທລະສັບກ່ຽວກັບສັນຕິພາບຢູ່ຕາເວັນອອກກາງ
(ພາບປະກອບ)
(vovworld) - ຄວາມປອດໄພໃນພາກພື້ນ ແລະ ວິວັດການຊຸກຍູ້ສັນຕິພາບຢູ່ຕາເວັນອອກກາງ ແມ່ນ 2 ຫົວຂໍ້ຕົ້ນຕໍ່ໃນການໂອ້ລົມທາງໂທລະສັບລະຫວ່າງທ່ານປະທານາທິບໍດີອາເມລິກາ Barak Obama ແລະ ທ່ານນາຍົກລັດຖະມົນຕີອິດສຣາແອນ Benjamin Netanyahu, ເມື່ອວັນທີ 08/05. ການໂອ້ລົມດັ່ງກ່າວດຳເນີນໄປພາຍຫຼັງ 2 – 3 ວັນທີ່ເກີດການບຸກໂຈມຕີທາງອາກາດຫວ່າງແລ້ວນີ້ຂອງອິດສຣາແອນ ແນໃສ່ບັນດາເປົ້າໝາຍໃນເຂດດິນແດນຂອງຊີຣີ. ແຕ່ວ່າ, ໃນແຈ້ງການຂອງຕົນ, ທຳນຽບຂາວໄດ້ປະຕິເສດວິຈານກ່ຽວກັບການບຸກໂຈມຕີທາງອາກາດນີ້. ການນຳ 2 ທ່ານກໍເຫັນດີສືບຕໍ່ຮ່ວມມືຢ່າງສະໜິດແໜ້ນໃນບັນຫາຄວາມປອດໄພ. ການໂອ້ລົມທາງໂທລະສັບດັ່ງກ່າວເພື່ອແນໃສ່ປັບປຸງຈຸດປະສົງຂອງວໍຊິງເຕັນ ໃນຄວາມມານະພະຍາຍາມແກ້ໄຂການພົວພັນທີ່ພວມເຄັ່ງຕຶງລະຫວ່າງອິດສະຣາແອນ ແລະ ປາແລດສຕິນ. ກ່ອນນັ້ນ 1 ວັນ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ໃຫ້ຮູ້ວ່າ ຈະກັບຄືນຕາເວັນອອກກາງ ເພື່ອຊຸກຍູ້ວິວັດການສັນຕິພາບລະຫວ່າງ 2 ປະເທດດັ່ງກ່າວ, ເຊິ່ງເຄີຍຖືກຢຸດສະງັກນັບແຕ່ທ້າຍປີ 2010.