ປະທານາທິບໍດີ BarackObama ສະເໜີຕໍ່ສະພາແຫ່ງຊາດອະນຸດຍາດໃຫ້ນຳໃຊ້ກຳລັງການທະຫານຕ້ານIS
ນັກຂ່າວVOVປະຈຳອາເມລິກາ -  
ທະຫານອາເມລິກາ ເຂົ້າຮ່ວມບັ້ນຮົບຕ້ານ IS
(ພາບ: army.mil)
|
(vovworld) – ຂໍ້ສະເໜີຕໍ່ສະພາແຫ່ງຊາດຂໍອະນຸດຍາດໃຫ້ນຳໃຊ້ກຳລັງການທະຫານຕ້ານ IS ໂດຍທ່ານປະທານາທິບໍດີ Barack Obama ຍົກອອກມາໃນວັນທີ 11/2 ແລະ ນີ້ເປັນຄັ້ງທຳອິດພາຍຫຼັງ 13 ປີທີ່ປະທານາທິບໍດີ ອາເມລິກາ ຮຽກຮ້ອງໃຫ້ສະພາແຫ່ງຊາດມອບສິດນຳໃຊ້ກຳລັງການທະຫານ. ໃນຈົດໝາຍຢືນສະເໜີຕໍ່ສະພາແຫ່ງຊາດ, ທ່ານປະທານາທິບໍດີ Obama ຖືວ່າ: IS ພວມກໍ່ໃຫ້ເກີດບັນດາໄພນາບຂູ່ສຳລັບປະຊາຊົນ ອີຣັກ, ຊີຣີ ແລະ ເຂດຕາເວັນອອກກາງ. ຖ້າຫາກບໍ່ສະກັດກັ້ນ, IS ຈະແຜ່ຂະຫຍາຍໄປເຖິງ ອາເມລິກາ. ທ່ານ Obama ເນັ້ນໜັກວ່າ: ໃນເລື່ອງຮັບປະກັນຄວາມສະຫງົບໃຫ້ປະເທດ ອາເມລິກາ ບໍ່ມີວິທີໃດດີກ່ວາເລື່ອງສະພາແຫ່ງຊາດຮັບຮອງເອົາຮ່າງກົດໝາຍສະບັບນີ້, ແລະ ນັ້ນກໍ່ແມ່ນວິທີສະແດງໃຫ້ໂລກເຫັນວ່າ: ອຳນາດການປົກຄອງ ແລະ ສະພາແຫ່ງຊາດ ອາເມລິກາ ສາມັກຄີສະກັດກັ້ນໄພນາບຂູ່ໂດຍ IS ກໍ່ຂຶ້ນ. ເຖິງຢ່າງໃດກໍ່ຕາມ, ຂໍ້ສະເໜີຂອງທ່ານ Obama ໄດ້ປະສົບກັບບັນດາປະຕິກິລິຍາຄັດຄ້ານຈາກສະມາຊິກສະພາແຫ່ງຊາດຂອງ 2 ພັກ. ບັນດາສະມາຊິກສະພາແຫ່ງຊາດພັກ ປະຊາທິປະໄຕ, ໃນຂະນະທີ່ຊົມເຊີຍຂໍ້ຕົກລົງຂອງທ່ານປະທານາທິບໍດີ Obama ແຕ່ກໍ່ມີຄວາມວິຕົກວັງວົນຂໍ້ຕົກລົງນັ້ນບໍ່ຈະແຈ້ງ ແລະ ອາດຈະເຮັດໃຫ້ປະເທດ ອາເມລິກາ ຕົກເຂົ້າສູ່ບັ້ນຮົບທາງບົກທີ່ແກ່ຍາວ. ວັນທີ 13/1, ກຳມາທິການພົວພັນຕ່າງປະເທດຂອງສະພາຕ່ຳ ອາເມລິກາ ຈັດຕັ້ງວາລະອະພິປາຍກັບຮ່າງມະຕິເຊິ່ງທ່ານປະທານາທິບໍດີ Barack Obama ຫາກໍ່ຢືນໃບສະເໜີ.
ນັກຂ່າວVOVປະຈຳອາເມລິກາ