(vovworld) – ວັນທີ 4/9, ປະທານາທິບໍດີຜູ້ທີ່ຫາກໍ່ໄດ້ຮັບການເລືອກຕັ້ງຢູ່ Mali, ທ່ານ Ibrahim Boubacar Keita ໄດ້ສະບານຕົວເຂົ້າດຳລົງຕຳແໜ່ງຢ່າງເປັນທາງການ, ໃຫ້ຄຳໝັ້ນໝາຍມານະພະຍາຍາມສ້າງຄວາມສາມັກຄີປະເທດຊາດ, ນຳມາເຊິ່ງສັນຕິພາບ ແລະ ຄວາມໝັ້ນຄົງໃຫ້ແກ່ປະຊາຊົນ, ພ້ອມທັງປົກປັກຮັກສາພື້ນຖານປະຊາທິປະໄຕ, ເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນ. ຕາມແຜນການແລ້ວ, ພິທີດຳລົງຮັບຕຳແໜ່ງຢ່າງເປັນທາງການຂອງປະທານາທິບໍດີ Mali ຈະຮັບການດຳເນີນໃນວັນທີ 19/9 ຈະມາເຖິງຢູ່ນະຄອນຫຼວງ Bamako. ໂດຍມີການເຂົ້າຮ່ວມຂອງປະທານາທິບໍດີ 25 ທ່ານທີ່ມາຈາກບັນດາປະເທດໃນພາກພື້ນ.
ວັນທີ 15/8 ຜ່ານມາ, ລັດຖະບານ Mali ໄດ້ຖະແຫຼງວ່າ ທ່ານ Ibrahim Boubacar Keita, ອາຍຸ 68 ປີ, ມີໄລຍະເວລາດຳລົງຕຳແໜ່ງນາຍົກລັດຖະມົນຕີ Mali, ຍາດໄດ້ໄຊຊະນະໃນຮອບທີ 2 ການເລືອກຕັ້ງປະທານາທິບໍດີ, ດ້ວຍຈຳນວນບັດເລືອກຕັ້ງແມ່ນ 77,62 %. ການເລືອກຕັ້ງຜ່ານມາເປັນຂີດໝາຍໃຫ້ການກັບຄືນຂອງອຳນາດການປົກຄອງປະຊາທິປະໄຕຢູ່ Mali ພາຍຫຼັງການລັດຖະປະຫານການທະຫານໃນວັນທີ 22/3/2012 ໂຄ້ນລົ້ມການນຳ Amadou Toumani Toure, ເຮັດໃຫ້ປະເທດນີ້ຕົກເຂົ້າສູ່ສະພາບຈາລະຈົນ, ພາໄປເຖິງການທະຫານແຕກທັບອິດສະລາມຄວບຄຸມເຂດທະເລຊາຍທາງພາກເໜືອຂອງປະເທດຊາດ.