(vovworld) - ວັນທີ 6/3, ສື່ມວນຊົນຢ່າງເປັນທາງການຂອງລັດ Venezuela ໄດ້ແຈ້ງຂ່າວວ່າ: ປະທານາທິບໍດີ Venezuela Hugo Chavez ອາຍຸ 58 ປີໄດ້ລ່ວງລັບໄປໃນຕອນເຊົ້າວັນທີ 6/3 ຕາມເວລາ ຫວຽດນາມ ຢູ່ ນະຄອນຫລວງ Caracas ພາຍຫລັງປິ່ນປົວພະຍາດມະເຮັງໃນໄລຍະເກືອບ 2 ປີ. ໂລກສະແດງຄວາມເສົ້າສະຫລົດໃຈຢ່າງເລິກເຊິ່ງຕໍ່ Venezuela ຕໍ່ການລ່ວງລັບໄປຂອງຜູ້ນຳທີ່ມີການປະກອບສ່ວນສຳຄັນຫລາຍຢ່າງໃຫ້ແກ່ Venezuela ແລະໃຫ້ອາເມລິກາລາຕີນ ແລະ ຂະບວນການຝ່າຍຊ້າຍ.
ທ່ານ Hugo Chavez
ພາບ:internet
|
ຂ່າວຄາວກ່ຽວກັບການລ່ວງລັບໄປຂອງທ່ານ Hugo Chavez ໂດຍທ່ານຮອງປະທານາທິບໍດີ Nicolas Maduro ປະກາດຖືກຖ່າຍທອດໂດຍກົງທາງໂທລະພາບຈາກໂຮງໝໍກອງທັບທີ່ ນະຄອນຫລວງ Caracas. ທ່ານ Maduro ກໍຮຽກຮ້ອງໃຫ້ທົ່ວປວງຊົນຕ້ອງສາມັກຄີກັນ ຍິ່ງກວ່າເວລາໃດໝົດ ແລະ ມີຄວາມໄວ້ເນື້ອເຊື່ອໃຈຕໍ່ລັດຖະບານ. Venezuela ປະກາດຈະໄວ້ທຸກໃຫ້ແກ່ທ່ານ Hugo Chavez ໃນທົ່ວປະເທດເປັນເວລາ 7 ວັນ. ພິທີປົ່ງສົບທ່ານ Hugo Chavez ຈະດຳເນີນໄປໃນວັນທີ 8/3 ຈະມາເຖິງ.
ເມື່ອໄດ້ຮັບຂ່າວຄາວດັ່ງກ່າວ, ການນຳໃນໂລກຫລາຍທ່ານ ແລະ ທ່ານເລຂາທິການໃຫຍ່ ສປຊ ໄດ້ສະແດງຄວາມເສົ້າສະຫລົດໃຈຕໍ່ກັບ Venezuela ຕໍ່ຫນ້າການລ່ວງລັບໄປຂອງຜູ້ນຳ Venezuela Hugo Chavez ແລະ ຍ້ອງຍໍສັນລະເສີນບັນດາການປະກອບສ່ວນສຳຄັນຂອງທ່ານ Hugo Chavez ໃຫ້ແກ່ Venezuela, ອາເມລິກາ ລາຕີນ.
ສຳລັບ ຫວຽດນາມແລ້ວ, ການລ່ວງລັບໄປຂອງທ່ານ Hugo Chavez ກໍແມ່ນການສູນເສຍອັນໃຫຍ່ຫລວງ, ບໍ່ພຽງແຕ່ຮຽງບ່າຮຽງໄຫລ່ກັບ ຫວຽດນາມ ໃນພາລະກິດຕໍ່ສູ້ຍາດເອົາເອກະລາດຂອງປະເທດຊາດກ່ອນນີ້ເທົ່ານັ້ນ ຫາກໃນພາລະກິດສ້າງສາ ແລະ ປ່ຽນແປງໃຫມ່ປະເທດຊາດປະຈຸບັນ, ຍາມໃດ ຫວຽດນາມ ກໍໄດ້ຮັບການສະຫນັບສະຫນູນຂອງ ເພື່ອນບ້ານ Venezuela,ໃນນັ້ນ ມີຄຸນງາມຄວາມດີອັນໃຫຍ່ຫລວງຂອງປະທານາທິບໍດີ Hugo Chavez.
ວັນທີ 6/3, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ, ປະທານປະເທດ ເຈືອງເຕີນຊາງ, ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ແລະ ປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ ໄດ້ສົ່ງສານສະແດງຄວາມເສົ້າສະຫລົດໃຈເຖິງທ່ານ Diosdado Cabello ຮອງປະທານທີຫນຶ່ງພັກສັງຄົມນິຍົມເອກະພາບ Venezuela, ປະທານສະພາແຫ່ງຊາດ Venezuela ແລະ ທ່ານ Nicolas Maduro ຮອງປະທານາທິບໍດີ Venezuela ຕໍ່ຫນ້າການລ່ວງລັບໄປຂອງທ່ານ Hugo Chavez. ໃນສານສະແດງຄວາມເສົ້າສະຫລົດໃຈ, ການນຳ ຫວຽດນາມ ໄດ້ສົ່ງຄວາມເສົ້າສະຫລົດໃຈຢ່າງເລິກເຊິ່ງມາຍັງພັກ, ລັດ, ລັດຖະບານ, ປະຊາຊົນ Venezuela ແລະ ຄອບຄົວທ່ານປະທານາທິບໍດີ Hugo Chavez ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ປະເທດຊາດ ແລະ ປະຊາຊົນ Venezuela ຈະຜ່ານຜ່າຄວາມສູນເສຍນີ້ໂດຍໄວ, ສືບຕໍ່ບັນລຸຜົນງານໃຫຍ່ຫລວງຫລາຍຢ່າງ.
ໃນວັນດຽວກັນ, ຄະນະຜູ້ແທນທີ່ຕາງຫນ້າໃຫ້ການນຳພັກ, ລັດ ແລະ ລັດຖະບານ ຫວຽດນາມ ໂດຍທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ນຳຫນ້າ ໄດ້ເດີນທາງໄປເຖິງ Venezuela ເຂົ້າຮ່ວມພິທີປົ່ງສົບທ່ານປະທານາທິບໍດີ Hugo Chavez ໂດຍ ລັດຖະບານ Venezuela ຈັດຕັ້ງຂຶ້ນໃນວັນທີ 8/3 ຈະມາເຖິງ. ໃນວັນດຽວກັນ, ທ່ານ ຟ້າມບິ່ງມີນ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ກໍໄດ້ສົ່ງໂທລະເລກສະແດງຄວາມເສົ້າສະຫລົດໃຈມາຍັງລັດຖະມົນຕີການຕ່າງປະເທດ Venezuela, Elias Jaua.