ປະທານາທິບໍດີBarack Obamaພົບປະແລກປ່ຽນກັບປະຊາຄົມວິສາຫະກິດໜຸ່ມຢູ່ນະຄອນໂຮ່ຈີມິນ
ປະທານາທິບໍດີBarackObamaພົບປະແລກປ່ຽນກັບປະຊາຄົມວິສາຫະກິດໜຸ່ມຢູ່ນະຄອນໂຮ່ຈີມິນ
(vovworld) – ໂດຍສືບຕໍ່ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ຕອນຄຳ່ວັນທີ 24/5, ພາຍຫຼັງຢ້ຽມຢາມວັດ ເຟືອກຫາຍ, ຢູ່ເມືອງ 1, ນະຄອນ ໂຮ່ຈີມິນ, ທ່ານປະທານາທິບໍດີ Barack Obama ມີການພົບປະແລກປ່ຽນກັບປະຊາຄົມວິສາຫະກິດໜຸ່ມ ຫວຽດນາມ ຢູ່ນະຄອນ ໂຮ່ຈີມິນ. ນະທີ່ນີ້, ທ່ານປະທານາທິບໍດີ Barack Obama ເນັ້ນໜັກເຖິງຈິດໃຈສ້າງອາຊີບ. ຕາມທ່ານ Barack Obama ແລ້ວ, ກຳລັງແຮງທີ່ແທ້ຈິງເພື່ອໃຫ້ ຫວຽດນາມ ພັດທະນາ ແລະ ແມ່ນກຳລັງໜູນໃຫ້ແກ່ນະຄອນ ໂຮ່ຈີມິນ ເປັນນຳ້ໃຈຂອງນັກທຸລະກິດ.
ກ່ຽວກັບການດຳເນີນທຸລະກິດ, ທ່ານປະທານາທິບໍດີ Barack Obama ເນັ້ນໜັກວ່າ: ຫວຽດນາມ ຕ້ອງບືນຕົວຂຶ້ນດ້ວຍສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP) ຍ້ອນວ່າ TPP ຈະນຳພື້ນຖານເສດຖະກິດຂອງບັນດາປະເທດຫຍັບມໍ່ໃກ້ກັນກ່ວາ, ເຮັດໃຫ້ເພີ່ມທະວີລະດັບການພັດທະນາດ້ານເສດຖະກິດ ຫວຽດນາມ, ເພີ່ມທະວີການແກ່ງແຍ້ງດ້ານເສດຖະກິດ, ເປີດກ້ວາງຕະຫຼາດໃໝ່ບໍ່ພຽງແຕ່ໃຫ້ບໍລິສັດໃຫຍ່ເທົ່ານັ້ນ ຫາກຍັງແມ່ນທັງບໍລິສັດຂະໜາດກາງ ແລະ ນ້ອຍອີກກ້ວຍ. ທ່ານ Barack Obama ຢັ້ງຢືນວ່າ: ອາເມລິກາ ເຊື່ອໝັ້ນເຂົ້າໃນບັນດານັກທຸລະກິດໜຸ່ມ ຫວຽດນາມ ແລະ ຈະພະຍາຍາມລົງທຶນຜົນສຳເລັດຂອງເຂົາເຈົ້າ. ສິ່ງທີ່ທ່ານ Obama ເອົາໃຈໃສ່ທີ່ສຸດແມ່ນເຮັດແນວໃດເພື່ອໃຫ້ບັນດາບໍລິສັດ ອາເມລິກາ ມີຄວາມສົນໃຈເຖິງການສ້າງອາຊີບຂອງປະຊາຄົມວິສາຫະກິດໜຸ່ມ ຫວຽດນາມ. ບັນດາສິ່ງທ້າທາຍທີ່ພວມປະເຊີນໜ້າ, ຄວາມແຕກຕ່າງກັນລະຫວ່າງ ຫວຽດນາມ ແລະ ອາເມລິກາ, ກາລະໂອກາດພັດທະນາຂອງວິສາຫະກິດຢູ່ ຫວຽດນາມ ຕ່າງກັບ ອາເມລິກາ ຄືແນວໃດ? ມາດຕະການຊ່ວຍໃຫ້ນັກທຸລະກິດປະກອບອາຊີບ, ຊ່ວຍໃຫ້ບໍລິສັດນັບມື້ນັບພັດທະນາກ່ວາ. ສຸດທ້າຍ, ທ່ານປະທານາທິບໍດີ Obama ຖືວ່າ: ພື້ນຖານຂອງມະນຸດແມ່ນສຳຄັນທີ່ສຸດ. ຫວຽດນາມ ມີພື້ນຖານວັດທະນະທຳດຳເນີນທຸລະກິດພວມພັດທະນາ, ດັ່ງນັ້ນຕ້ອງເພີ່ມທະວີກຳລັງຄວາມສາມາດໃນການສຶກສາ.