ປະທານາທິບໍດີHollandeຖະແຫຼງວ່າເຫດບຸກໂຈມຕີຢູ່ຝຣັ່ງແມ່ນການກະທຳກໍ່ການຮ້າຍ

ປະທານາທິບໍດີHollandeຖະແຫຼງວ່າເຫດບຸກໂຈມຕີຢູ່ຝຣັ່ງແມ່ນການກະທຳກໍ່ການຮ້າຍ - ảnh 1
ສະຖານທີ່ເກີດເຫດ
(ພາບ:EPA)

(vovworld) – ​ກ່າວ​ຄຳ​ເຫັນ​ໂດຍ​ກົງ​ໃນ​ຊ່ອງ​ໂທລະພາບ​ແຫ່ງ​ຊາດ​ໃນ​ເວລາ 4 ​ໂມງ​ຕອນ​ເຊົ້າ​ວັນ​ທີ 15/7, ພາຍຫຼັງ​ກອງ​ປະຊຸມ​ດ່ວນ​ຂອງ​ລັດຖະບານ, ທ່ານ​ປະທານາທິບໍດີ ຝຣັ່ງ Francoise Hollande ຖະ​ແຫຼງວ່າ​ເຫດ​ບຸກ​ໂຈມ​ຕີ​ທີ່​ຮ້າຍ​ແຮງ​ໃນ​ຄ່ຳ​ຄືນ​ວັນ​ທີ 14/7 ຢູ່ Nice, ພາກ​ໃຕ້ ຝຣັ່ງ ​“​ແມ່ນ​ການ​ເຄື່ອນ​ໄຫວ​ກໍ່​ການ​ຮ້າຍ​ຢ່າງ​ຈະ​ແຈ້ງ”. ທ່ານ​ໃຫ້​ຮູ້​ວ່າ: ​ໃນ​ຈຳນວນ 84 ຄົນ​ເສຍ​ຊີວິດ ​ມີ​ເດັກນ້ອຍ​ຫຼາຍ​ຄົນ, ນອກ​ນັ້ນ​ຍັງ​ມີ​ຫຼາຍຄົນ​ຖືກ​ຮັບ​ບາດ​ເຈັບ​ໜັກ. ຕາມ​ທ່ານ​ Hollande ​ແລ້ວ, ​ຝຣັ່ງ ຈະ​ຕໍ່​ກຳນົດ​ເວລາ​ຈັດ​ວາງ​ຄຳ​ສັ່ງ​ສະພາວະ​ສຸກ​ເສີນ​ຕື່​ມອີກ​ 3 ​ເດືອນ ​ແລະ ສືບ​ຕໍ່​ຮັກສາ​ກຳລັງ​ທະຫານ 10.000 ຄົນ​ເພື່ອ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ພາຍຫຼັງ​ບັນດາ​ເຫດ​ບຸ​ກ​ໂຈມ​ຕີ. ການ​ນຳ ຝຣັ່ງ ກໍ່​ໃຫ້​ຄຳ​ໝັ້ນ​ສັນຍາ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ຂອງ ຝຣັ່ງ ​ໃນ​ບັ້ນ​ຮົບ​ຕ້ານ​ອົງການ​ກໍ່​ການ​ຮ້າຍ “ລັດ​ອິດສະ​ລາມ” (IS) ອ້າງ​ຊື່​ເອງ ຢູ່ ຊີຣີ ​ແລະ ອີຣັກ. ທ່ານ​ປະທານາທິບໍດີ Hollande ຈະ​ໄປ​ຍັງ Nice ​ໃນ​ວັນ​ທີ 15/7 ​ເພື່ອ​ຕິດຕາມ​ສະພາບ​ການ ​ແລະ ​ແບ່ງ​ເບົາ​ຄວາມ​ເສົ້າ​ສະຫຼົດ​ໃຈ​ກັບ​ປະຊາຊົນ​ຢູ່​ທີ່​ນີ້. ສຳນັກ​ຂ່າວສານ AFP ຂອງ ຝຣັ່ງ ​ໄດ້​ຄັດ​ສະ​ເໜີ​ແຫຼ່ງຂ່າວ​ຈາກ ຕຳຫຼວດ ທ້ອງ​ຖິ່ນ ​ໂດຍ​ໃຫ້​ຮູ້​ວ່າ: ​ໃນ​ເບື້ອງຕົ້ນ, ອົງການ​ສືບສວນ​ໄດ​້ກວດພົບ​​ເອກະສານ​ປະຈຳ​ຕົວຂອງ​ພົນລະ​ເມືອງ ຝຣັ່ງ ​ເຊື້ອ​ຊາດ Tunisia ອາຍຸ 31 ປີ​ໃນ​ລົດ​ຂົນ​ສົ່ງ​ກໍ່​ໃຫ້​ເກີດ​ເຫດ​ບຸກ​ໂຈມ​ຕີ​ທີ່​ຮ້າຍ​ແຮງ​ດັ່ງກ່າວ.


ຂ່າວ/ບົດ​ອື່ນ