ປະທານເວທີປາໄສຮຽກຮ້ອງໃຫ້ອາຊີສະໜັບສະໜູນໂລກາພິວັດ
ເວທີປາໄສອາຊີປົວຢາວ 2017
(ພາບປະກອບ: THX/TTXVN)
(vovworld) - ບັນດາປະເທດອາຊີ ຕ້ອງເພີ່ມທະວີຄວາມສາມັກຄີ ເພື່ອແນໃສ່ຍູ້ແຮງວິວັດທະນາການໂລກາພິວັດ ກໍ່ຄືບັນລຸໄດ້ຄາດໝາຍພັດທະນາລວມ. ນີ້ແມ່ນຄຳກ່າວປາໄສຂອງທ່ານປະທານເວທີປາໄສອາຊີປົວຢາວ, ອະດີດນາຍົກລັດຖະມົນຕີຢີປຸ່ນ Yasuo Fukuda, ຢູ່ນອກເຫດການທີ່ພວມດຳເນີນໄປຢູ່ແຂວງ ໄຫໜານ, ທາງພາກໃຕ້ປະເທດຈີນ. ຕາມທ່ານແລ້ວ, ໃນຈຸດເວລາເກີດກະແສຟອງຕ້ານຄືນໂລກາພິວັດທົ່ວໂລກ ໃນໂລກທີ່ພວມມີທ່າອ່ຽງພົ້ນເດັ່ນຂຶ້ນ, ບັນດາປະເທດອາຊີ ຄວນສາມັກຄີນຳກັນ. ກ່ຽວຂ້ອງເຖິງເນື້ອໃນຊຸກຍູ້ການຮ່ວມມືດ້ານເສດຖະກິດໃນພາກພື້ນ, ທ່ານ Yasuo Fukuda ຢືນຢັນວ່າ, ໂຕກຽວ ສະໜັບສະໜູນທະນາຄານລົງທຶນພື້ນຖານໂຄງລ່າງອາຊີ ແລະ ໃຫ້ຄຳໝັ້ນສັນຍາຈະຮ່ວມມືກັບອົງການການເງິນດັ່ງກ່າວ, ຜ່ານນັ້ນຊຸກຍູ້ການຮ່ວມມືດ້ານເສດຖະກິດຢູ່ພາກພຶ້ນອາຊີ - ປາຊີຟິກ ຜ່ານການເພີ່ມທະວີການເຊື່ອມໂຍງດ້ານເສດຖະກິດພາກພື້ນ ກໍຄືດ້ານການຄ້າ ແລະ ການລົງທຶນ. ເວທີປາໄສອາຊີປົວຢາວ 2017 ຈະດຳເນີນເປັນເວລາ 4 ວັນ ແລະ ຊຸມໃສ່ປຶກສາຫາລືບັນດາວິທີເພື່ອໃຫ້ບັນດາພື້ນຖານເສດຖະກິດພັດທະນາ ແລະ ພວມພັດທະນາໃຫ້ຮັບມືກັບການໂລກາພິວັດຢ່າງເໝະສົມ.