ປະທານແນວໂຮມປະເທດຊາດຫງວຽນທ້ຽນເຍີນຕ້ອນຮັບຫົວໜ້າສະຖາບັນຄົ້ນຄວ້າMalikສະວິດ

ປະທານແນວໂຮມປະເທດຊາດຫງວຽນທ້ຽນເຍີນຕ້ອນຮັບຫົວໜ້າສະຖາບັນຄົ້ນຄວ້າMalikສະວິດ - ảnh 1
(ສາດສະດາຈານ ຫງວຽນທ້ຽນ​ເຍີນ ແລະ
ສາດ​ສະ​ດາ​ຈານ Fredmund Malik)

(vovworld) - ທີ່​ການ​ຕ້ອນຮັບ​ສາດສະດາຈານ Fredmund Malik ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ Malik ສະ​ວິດ ໃນຕອນ​ບ່າຍ​ວັນ​ທີ 17/03 ຢູ່ຮ່າ​ໂນ້ຍ. ສາດສະດາຈານ ຫງວຽນທ້ຽນ​ເຍີນ ກຳມະການ​ກົມ​ການ​ເມືອງ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຊົມ​ເຊີຍ​ສາດສະດາຈານ Fredmund Malik ​ໄດ້ມາ​ຢ້ຽມຢາມ ຫວຽດນາມ; ຕີ​ລາຄາ​ສູງ​ບັນດາ​ກິດຈະກຳ​ວິທະຍາສາດ​ຂອງ​ສາດ​ສະ​ດາ​ຈານ​ໃນ​ວິ​ວັດ​ການ​ພັດທະນາ​ຂະ​ແໜງບັນຊາ​ວິທະ​ຍາ​ໂລກ. ຢູ່​ ຫວຽດນາມ, ບັນດາ​ກິດຈະກຳ​ຄົ້ນຄວ້າ​ຂອງ​ສາດ​ສະ​ດາ​ຈານ Fredmund Malik ​ໄດ້ ​ແລະ ພວມ​ຮັບ​ການ​ນຳ​ໃຊ້, ນຳ​ມາຜົນສຳ​ເລັດ​ໃນ​ເບື້ອງ​ຕົ້ນ​ຢູ່​ນະຄອນ ຫາຍ​ຟ່ອງ. ສາດ​ສະ​ດາ​ຈານ ຫງວຽນ​ທ້ຽນ​ເຍີນ ຢືນຢັນ​ວ່າ: ຫວຽດນາມ ປາດ​ຖະໜາ​ຢາກ​​ຮ່ວມ​ມື​ກັບ​ສາດສະດາຈານ Fredmund Malik ​ແລະ ສະ​ຖາ​ບັນ​ຄົ້ນຄວ້າ Malik - ສະ​ວິດ ​ເພື່ອ​ຊຸກຍູ້​ການ​ຄົ້ນຄວ້າ, ນຳ​ໃຊ້ຂະ​ແໜງ​ບັນຊາ​ວິທະຍາຂອງ ຫວຽດນາມ ​ໄດ້ພັດທະນາ​ໃນ​​ໄລຍະ​ຈະ​ມາ​ເຖິງ. ສາດສະດາຈານ Fredmund Malik ​ໃຫ້​ຮູ້​ວ່າ: ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາ​ດຂອງ​ຕົນ​​ເພື່ອການ​ພັດທະນາ​ຂອງ ຫວຽດນາມ.

ຂ່າວ/ບົດ​ອື່ນ