ປະທານ EC ຕໍາໜິຕິຕຽນ ຄໍາ​ສັ່ງ​ລົງ​​ໂທ​ດຂອງ ອາ​ເມ​ລິ​ກາ ທີ່​​ແນ​ໃສ່ ​ໂຄງການ “ທໍ່​ນໍາສົ່ງ​ ​ອາຍ​ແກຼດຈາ​ກລັດ​ເຊຍ ​ໄປ​ຍັງ ​ເຢຍລະ​ມັນ

(VOVWORLD) - ວັນທີ 27 ທັນວາ, ທ່ານນາງປະທານຄະນະກໍາມະການເອີຣົບ (EC) Ursula von der Leyen ໄດ້ຕໍາໜິຕິຕຽນບັນດາຄໍາສັ່ງລົງໂທດຂອງ ອາເມລິກາ ແນໃສ່ບັນດາບໍລິສັດທີ່ເຂົ້າຮ່ວມໂຄງການ “ທໍ່ນໍາສົ່ງອາຍແກຼດຈາກລັດເຊຍ ໄປຍັງ ເຢຍລະມັນ. 
ປະທານ EC ຕໍາໜິຕິຕຽນ ຄໍາ​ສັ່ງ​ລົງ​​ໂທ​ດຂອງ ອາ​ເມ​ລິ​ກາ ທີ່​​ແນ​ໃສ່ ​ໂຄງການ “ທໍ່​ນໍາສົ່ງ​ ​ອາຍ​ແກຼດຈາ​ກລັດ​ເຊຍ ​ໄປ​ຍັງ ​ເຢຍລະ​ມັນ - ảnh 1ທ່ານນາງປະທານຄະນະກໍາມະການເອີຣົບ (EC) Ursula von der Leyen (ພາບ: dpa)

       ຕອບສໍາພາດຕໍ່ນັກຂ່າວໜັງສືພິມ Spiegel ຂອງ ເຢຍລະມັນ, ທ່ານນາງ Ursula von der Leyen ດ້ານໜຶ່ງຍອມຮັບວ່າ EC ຕ້ອງປົກປ້ອງຜົນປະໂຫຍດຂອງບັນດາປະເທດຢູ່ທາງທິດຕາເວັນອອກເອີຣົບ ທີ່ຖືກຜົນສະທ້ອນຈາກໂຄງການດັ່ງກ່າວ, ແຕ່ກໍ່ປະຕິເສດບັນດາຄໍາສັ່ງລົງໂທດຂອງ ອາເມລິກາ ເຊິ່ງແນໃສ່ບັນດາບໍລິສັດເອີຣົບ ທີ່ເຂົ້າຮ່ວມໂຄງການດັ່ງກ່າວ ເໝາະສົມກັບບັນດາຂໍ້ກໍານົດຂອງກົດໝາຍ.

        ບັນດາຄໍາຖະແຫຼງດັ່ງກ່າວຂອງຜູ້ນໍາໜ້າ EC ໄດ້ຍົກອອກມາໃນທ້າຍອາທິດແລ້ວນີ້, ເມື່ອທ່ານປະທານາທິບໍດີ ອາເມລິກາ Donald Trump  ເຊັນຮັບຮອງເອົາຮ່າງກົດໝາຍວ່່າດ້ວຍ ງົບປະມານປ້ອງກັນຊາດ, ໃນນັ້ນປະກອບມີມາດຕາລົງໂທດບັນດາກໍ່າປັ່ນທີ່ເຂົ້າຮ່ວມການຕິດຕັ້ງທໍ່ນໍາສົ່ງອາຍແກຼດຂອງໂຄງການດັ່ງກ່າວ ກໍຄືຊາວຕ່າງປະເທດ ຜູ້ທີ່ໃຫ້ການຊ່ວຍເຫຼືອບັນດາກໍ່າປັ່ນເຫຼົ່ານັ້ນ.


ຕອບກັບ

ຂ່າວ/ບົດ​ອື່ນ