ປະທານ EC ຢືນຢັນເພີ່ມທະວີນະໂຍບາຍການຕ່າງປະເທດຂອງ ອີຢູ

(VOVWORLD) - ວັນທີ 12 ກັນຍາ, ໃນບົດກ່າວປາໄສປະຈຳປີຄັ້ງສຸດທ້າຍຢູ່ລັດຖະສະພາ ເອີຣົບ (EP) ກ່ອນທີ່ດຳເນີນການເລືອກຕັ້ງ EP ຊຶ່ງຄາດວ່າຈະດຳເນີນໃນເດືອນ ພຶດສະພາ 2019,
ປະທານ EC ຢືນຢັນເພີ່ມທະວີນະໂຍບາຍການຕ່າງປະເທດຂອງ ອີຢູ - ảnh 1ທ່ານປະທານຄະນະກຳມະການເອີຣົບ (EC) Jean-Claude Juncker (ພາບ:THX/TTXVN)

ທ່ານປະທານຄະນະກຳມະການເອີຣົບ (EC) Jean-Claude Juncker ໃຫ້ຄຳໝັ້ນສັນຍາວ່າ ຈະເພີ່ມທະວີນະໂຍບາຍການຕ່າງປະເທດຂອງສະຫະພາບ ເອີຣົບ (EU) ໃຫ້ເໝາະສົມກັບກຳລັງແຮງເສດຖະກິດຂອງ ອີຢູ.

        ຕາມນັ້ນແລ້ວ, ທ່ານປະທານ Juncker ມີແຜນການຮັບສະໝັກບຸກຄະລາກອນ ໃຫ້ກຳລັງຄວບຄຸມຊາຍແດນ ອີຢູ 10.000 ຄົນ ແລະ ຍົກອອກທັດສະນະແຂງກະດ້າງກ່ຽວກັບບັນດາບຸລິມະສິດຂອງ ເອີຣົບ ໃນບັນດາການເຈລະຈາກັບ ອັງກິດ ກ່ຽວກັບ Brexit.

        ແລະ ກໍ່ໃນບົດກ່າວປາໄສຂອງຕົນ, ທ່ານປະທານ EC ຍັງສະເໜີສ້າງ“ສະຫະພັນໃໝ່”, “ຄູ່ຮ່ວມມືໃໝ່” ລະຫວ່າງສະຫະພາບ ເອີຣົບ ແລະ ອາຟຣິກາ, ແນໃສ່ສ້າງວຽກເຮັດງານທຳໃຫ້ລ້ານໆຄົນໃນຊຸມປີຈະມາເຖິງ ແລະ ຊຸກຍູ້ຂໍ້ຕົກລົງການຄ້າເສລີ. ທ່ານ Juncker ເນັ້ນໜັກວ່າ ບັນດາສະມາຊິກ ອີຢູ ຄວນຊຸກຍູ້ບັນດາຂໍ້ຕົກລົງການຄ້າລະຫວ່າງ ອາຟີຣີກາ ແລະ ອີຢູ ມຸ່ງໄປເຖິງຂໍ້ຕົກລົງການຄ້າເສລີລະຫວ່າງທະວີບກັບທະວີບ.

        ໃນຂະນະນັ້ນ, ກ່ຽວຂ້ອງເຖິງ Brexit , ທ່ານປະທານ Juncker ໃຫ້ຮູ້ວ່າ: ທ່ານເຄົາລົບຄວາມຕັດສິນຂອງ ອັງກິດ ຖອນຕົວອອກຈາກ ອີຢູ, ແຕ່ກໍ່ກ່າວເຕືອນວ່າ ເມື່ອຖອນອອກຈາກ ອີຢູ ແລ້ວ ອັງກິດ ອາດຈະບໍ່ມີຖານະບົດບາດ, ສິດທິພິເສດຄືຕອນຍັງເປັນສະມາຊິກໃນກຸ່ມ, ບໍ່ຂຶ້ນກັບຕະຫລາດຮ່ວມ ອີຢູ ຫຼື ແມ່ນສ່ວນນ້ອຍໜຶ່ງຂອງຕະຫລາດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ