ປະຢັດລາຍຈ່າຍ7.000ຕື້ດົ່ງ ຈາກການປະຕິຮູບລະບຽບພາສີອາກອນ
ປະຢັດລາຍຈ່າຍ7.000ຕື້ດົ່ງ ຈາກການປະຕິຮູບລະບຽບພາສີອາກອນ
(ພາບອິນເຕີແນັດ)
(vovworld) – ດ້ວຍຄວາມມານະພະຍາຍາມໃນການປະຕິຮູບຫຼາຍຄັ້ງ, ຮອດປັດຈຸບັນ, ໄລຍະການປະຕິບັດ ລະບຽບການບໍລິຫານພາສີອາກອນ ໄດ້ຫຼຸດຜ່ອນ 420/537 ຊົ່ວໂມງ (ເທົ່າກັບ 78%) ແລະ ຫຼຸດລົງ ລາຍຈ່າຍໃຫ້ແກ່ຜູ້ເສຍພາສີອາກອນ7.000 ຕື້ດົ່ງ. ນີ້ແມ່ນຂໍ້ມູນທີ່ໄດ້ຍົກອອກມາ ທີ່ກອງປະຊຸມສຳມະນາ “ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ຜ່ານການປະຕິຮູບພາສີອາກອນ” ໂດຍອົງການພັດທະນາສາກົນສະຫະລັດອາເມລິກາ (USAID) ສົມທົບກັບກົມໃຫຍ່ສ່ວຍສາອາກອນ ຈັດຂື້ນໃນວັນທີ 21/6, ຢູ່ຮ່າໂນ້ຍ. ຕາມ ທ່ານ ຫງວຽນກວາງຕ໋ຽນ, ຫົວໜ້າກົມ, ຮອງຫົວໜ້າຄະນະປະຕິຮູບ ແລະ ຫັນເປັນທັນສະໄໝ, ກົມໃຫຍ່ສ່ວຍສາອາກອນ ດ້ວຍຫຼາຍມາດຕະການລະບຽບການບໍລິຫານຍງ່າຍດາຍ, ຫັນເປັນທັນສະໄໝ ວຽກງານຊ່ວຍເກັບລາຍຮັບຍ້ອມມີໜູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ໄດ້ຫຼຸດຂັ້ນຕອນເຮັດລະບຽບການບໍລິຫານ ລົງ 63 ຂັ້ນ, ຫັນລະບຽບການເປັນງ່າຍດາຍ 262 ລະບຽບການ. ໝາກຜົນການປະຕິຮູບລະບຽບການບໍລິຫານ ໃນຂົງເຂດພາສີອາກອນ ໄດ້ປະກອບສ່ວນເພີ່ມອັນດັບພໍສົມຄວນ ກ່ຽວກັບຄວາມສາມາດໃນການແກ່ງແຍ່ງ ໃຫ້ແກ່ຫວຽດນາມ.
ຕາມບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມສຳມະນາແລ້ວ, ເພື່ອປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ ຂອງຫວຽດນາມ ໃຫ້ທຽບເທົ່າກັບບັນດາປະເທດໃນພາກພື້ນ, ອົງການສ່ວຍສາອາກອນ ຕ້ອງສືບຕໍ່ກວດການະໂຍບາຍ, ປັບປຸງຂັ້ນຕອນ, ລະບຽບການກ່ຽວກັບພາສີອາກອນ ແລະ ເພີ່ມທະວີການກວດກາພາຍໃນ, ຮັບເອົາຂໍ້ມູນສ່ອງແສງ ແລະ ຕິດຕາມກວດກາການປະຕິບັດ ເພື່ອຫຼຸດຜ່ອນໄລຍະຫາງ ຈາກຂອດນະໂຍບາຍເຖິງສະພາບການຕົວຈິງ.