ເຮືອບິນບໍ່ມີຄົນຂັບ (UAV)
(ພາບອີນເຕີແນດ)
(vovworld) - ໃນວາລະປະຊຸມຄະນະລັດຖະບານເປັນຄັ້ງທຳອິດເມື່ອວັນທີ 10/06, ທ່ານນາຍົກລັດຖະມົນຕີປາກິດສຖານ Nawaz Sharif ໄດ້ກ່າວປະນາມບັນດາການບຸກໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ (UAV) ຂອງອາເມລິກາ ໃສ່ບັນດາເຂດກົກເຫຼົ່າແມ່ນການລະເມີດອະທິປະໄຕຂອງປາກິດສຖານ. ຕາມທ່ານ Sharif ແລ້ວ, ລັດຖະບານປາກິດສຖານ ຈະມີນະໂຍບາຍຮັບມືກັບບັນດາການບຸກໂຈມຕີດ້ວຍ UAV ຂອງອາເມລິກາ, ແຕ່ວ່າ, ທ່ານບໍ່ໃຫ້ຮູ້ລາຍລະອຽດ. ຄຳເຫັນຂອງທ່ານນາຍົກລັດຖະມົນຕີ Sharif ຖືກຍົກອອກມາໃນສະພາບທີພັກຂະບວນການເພື່ອຄວາມຍຸດຕິທຳປາກິດສຖານ ຝ່າຍຄ້ານ (PTI) ຍື່ນສະເໜີຕໍ່ສະພາແຫ່ງຊາດມະຕິຄັດຂ້ານບັນດາການບຸກໂຈມຕີດ້ວຍ UAV ຂອງອາເມລິກາ. ທ່ານອະດີດລັດຖະມົນຕີການຕ່າງປະເທດ Shah Mehmood Qureshi, ຫົວໜ້າຂອງ PTI ເນັ້ນໜັກວ່າ, ມະຕິດັ່ງກ່າວແມ່ນເພື່ອແນໃສ່ຈຸດໝາຍກ່າວປະນາມບັນດາການບຸກໂຈມຕີຂອງອາເມລິກາ ທີ່ລະເມີດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປາກິດສຖານ ຢ່າງຮ້າຍແຮງ, ພ້ອມທັງຮຽກຮ້ອງໃຫ້ລັດຖະບາມມີມາດຕະການທີ່ແຂງກະດ້າງ ເພື່ອກີດຂວາງການບຸກໂຈມຕີທີ່ຄ້າຍຄືກັນ.