ປາກິດສຖານ: ວາງລະເບີດສະຫຼະຊີບ ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຮັບບາດເຈັບເກືອບ 40 ຄົນ

ປາກິດສຖານ: ວາງລະເບີດສະຫຼະຊີບ ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຮັບບາດເຈັບເກືອບ 40 ຄົນ - ảnh 1
(ພາບປະກອບ: Press TV)

(vovworld) - ​ ເຫດວາງ​ລະ​ເບີດ​ສະຫຼະ​ຊີບ​ເກີດ​ຂຶ້ນ​ໃນ​ວັນ​ທີ 16 ຕຸລາ, ຢູ່​ແຂວງ Khyber Pakhtunkhwa, ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ ເມື່ອ​ກາ​ນນຳ​ແຂວງ​ດັ່ງກ່າວ​ຕ້ອນຮັບ​ແຂກ​ມາ​ຂໍ່ານັບ​ໃນ​ມື້​ທຳ​ອິດ​ຂອງ​ງານ​ບຸນ Eid al Adha ຂອງ​ຊາວ​ມຸດ​ສລິ​ມ. ກ່ອນ​ໜ້າ​ນັ້ນ, ວັນ​ທີ 10 ຕຸລາ, ມີຜູ້​ເສຍ​ຊີວິດ ​ແລະ ຮັບ​ບາດ​ເຈັບ 55 ຄົນ ​ໃນ​ບັນດາ​​ເຫດວາງ​ລະ​ເບີດ​ຢ່າງ​ລ້ຽນ​ຕິດ ຢູ່ 3 ນະຄອນ​ໃຫຍ່​ກ່ວນໝູ່​ຂອງ​ປາ​ກິດສຖານ ​ແມ່ນ Quetta, Lahore ​ແລະ Peshawar.

        ​ໃນ​ເດືອນ​ກັນຍາ ຜ່ານ​ມາ, ບັນດາ​ພັກ​ຝ່າຍ​ການ​ເມືອງ​ຢູ່​ປາ​ກິດສຖານ ​ໄດ້​ເຫັນ​ດີສະໜັບສະໜູນ​ຂໍ້​ສະ​ເໜີ​ຂອງ​ທ່ານ​ນາຍົກລັດຖະມົນຕີ Nawaz Sharif ​​ໃນ​ການເຈລະຈາ​ສັນຕິພາບ​ກັບ​ກຳລັງ Taliban. ​ແຕ່​ວ່າ, ​ການ​ບຸກ​ໂຈມ​ຕີຄັ້ງ​ຕ່າງໆ ທີ່​ເກີດ​ຂຶ້ນ​ຢ່າງ​ລ້ຽນຕິດໃນ 2 – 3 ສັບປະດາ​ຜ່ານ​ມາ ​ໄດ້​ກໍ່ຄວາມ​ສົງ​ໄສ​ຕໍ່ຂໍ້​ສະ​ເໜີ​ດັ່ງ​ກ່າວ.

ຂ່າວ/ບົດ​ອື່ນ