ປາຈາ ຂອງຫວຽດນາມ ຈັດເຂົ້າບັນຊີລາຍຊື່“ ມຸ້ງໄປເຖິງໃບຢັ້ງຢືນ ແບບຍື່ນຍົງ

ຕາມ​ສະຫະ​ສະມາຄົມ​ປຸງ​ແຕ່ງ ​ແລະ ສົ່ງ​ອອກ​ສິນ​ໃນ​ນ້ຳ​ຫວຽດນາມ ຫລື VASEP ​ແລ້ວ,​ ກອງ​ທຶນ​ສາກົນ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ທຳ​ມະ​ຊາດ WWF ຢູ່ ປະ​ເທດ​ເອີ​ລົບ​ຈຳນວນ​ຫນຶ່ງ ​ໄດ້​ປະກາດ​ປື້​ມຄູ່​ມື​ແນະນຳ​ການ​​ໃຊ້​ສອຍ​ສິນ​ໃນ​ນ້ຳ​ໃນ​ປີ 2012. ປາຈາ ຂອງ​ຫວຽດນາມ ​ໄດ້​ຈັດ​ເຂົ້າ​ບັນຊີ​ລາຍ​ຊື່“ ມຸ້ງ​ໄປ​ເຖິງ​ໃບ​ຢັ້ງຢືນ​ແບບ​ຍື່ນ​ຍົງ“. ສິ່ງ​ດັ່ງກ່າວ​ໝາຍ​ຄວາມ​ວ່າ ​ປາຈາ​ຂອງ​ຫວຽດນາມ ບໍ່​ຖືກ​ຈັດ​ເຂົ້າ​ບັນຊີ​ລາຍ​ຊື່​“ແດງ“​ຄື​ດັ່ງ​ໄດ້​ເກີດ​ຂຶ້ນ​ໃນ​ທ້າຍ​ປີ 2010. ​ການຕີ​ລາຄາລ້າ​ສຸດ​ກ່ຽວ​ກັບ​ປາຈາ​ຂອງ​ກອງ​ທຶນ​ດັ່ງກ່າວ ​ໄດ້​ນຳ​ພາບ​ພົດ​ອັນຕັ້ງຫນ້າ​ກ່ຽວ​ກັບ​ປາຈາ ຂອງ​ຫວຽດນາມ. ​​ໄລ່​ມາ​ຮອດ ​ເດືອນ 10 ປີ​ 2011, ຫວຽດນາມ ​ໄດ້​ສົ່ງ​ອອກ​ປາຈາ​ໄປ​ຍັງ​ຕະຫລາດ ​ເອີ​ລົບ ບັນລຸ 452 ລ້ານ​ໂດ​ລາ​ສະຫະລັດ, ​ເພີ່ມ​ຂຶ້ນ 3% ​ເມື່ອ​ທຽບ​​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກ່າຍ.
ຂ່າວ/ບົດ​ອື່ນ