ປາແລດສຕິນ ກ່ຽມພ້ອມ ການເຈລະຈາສັນຕິພາບກັບ ອິດສຣາແອນ ຄືນໃໝ່

ປາແລດສຕິນ ກ່ຽມພ້ອມ ການເຈລະຈາສັນຕິພາບກັບ ອິດສຣາແອນ ຄືນໃໝ່ - ảnh 1
(ລັດຖະມົນຕີ​ການ​ຕ່າງປະ​ເທດ ປາ​ແລດ​ສຕິນ)
(vovworld) -     ວັນ​ທີ 14/02, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ປາ​ແລດ​ສຕິນ Riyad al Malki ​ໃຫ້​ຮູ້​ວ່າ, ປະ​ເທດ​ນີ້​ໄດ້ກຽມພ້ອມ​ການ​ເຈລະຈາ​ສັນຕິພາບ​ກັບ ອິດສຣາ​ແອນ ຄືນ​ໃໝ່, ​ແຕ່​ວິວັດ​ການ​ນີ້​ຖືກຕັດສິນ​​ໂດຍ​ອີ່​ງ​ໃສ່​ທ່າ​ທີ່​ຂອງ​ອິດສຣາ​ແອນ. ກ່າວ​ຄຳ​ເຫັນ​ພາຍຫຼັງ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຢູ່ ​ໂຕ​ກຽວ ​ໂດ​ຍບັນດາ​ປະ​ເທດ​ອາຊີ​ຕາ​ເວັນອອກ ຮ່ວມ​ມື ​ເພື່ອ​ແນ​ໃສ່​ສົ່ງ​ເສີມ​ການ​ພັດທະນາ​ປາ​ແລດ​ສຕິນ, ທ່ານ Riyad al Malki ​ໃຫ້​ຮູ້​ວ່າ, ພຽງ​ແຕ່​ເມື່ອ ອິດສຣາ​ແອນ ຈິ່ງ​ໃຈ​ເຂົ້າ​ຮ່ວມ​ວິວັດ​ການ​ເຈລະຈາ​ສັນ​ຕິ​ພາບ, ປາ​ແລດ​ຕິນ ຈະ​ເຫັນ​ດີ​ດຳ​ເນີນວິວັດທະນາ​ການ​ເຈລະຈາ​ສັນຕິພາບ​ກັບ ອິດສຣາ​ແອນ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ປາ​ແລດ​ສຕິນ Riyad al Malki ກໍ​ຊົມ​ເຊີຍ​ການ​ໄປ​ຢ້ຽມຢາມ​ຕາ​ເວັນ​ອອກ​ກາງຂອງ​ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Obama. ​ແຕ່​ວ່າ, ທ່ານ​ກໍ​ສະ​ແດງ​ຄວາມ​ລະມັດ​ລະ​ວັງ​ຕໍ່​ໝາກຜົນ​ຂອງ​ການ​ຢ້ຽມຢາມ​ນີ້. ທ່ານ​ກໍ​ຫວັງ​ວ່າ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຄົນ​ໃໝ່​ຂອງ​ອາ​ເມ​ລິ​ກາ Kerry ຈະ​ມາ​ຢ້ຽມຢາມ​ປາ​ແລດ​ຕິນ ​ໂດຍ​ໄວ, ຈາກ​ນັ້ນ​ຈະຊອກ​ຫາ​ວິທີ​ດຳ​ເນີນວິວັດ​ທະນາການ​ເຈລະຈາ​ສັນຕິພາບ​ລະຫວ່າງ ປາ​ແລດ​ສຕິນ ​ແລະ ອິດສຣາ​ແອນ.
ຂ່າວ/ບົດ​ອື່ນ